leftcenterrightdel
ພິທີເຄົາລົບທຸງຊາດ ເປີດສາກໃຫ້ແກ່ບຸນເຕັດວົງຄະນະຍາດ ປີ 2026. ພາບ: ສໍານັກຂ່າວສານຫວຽດນາມ.

ຕອນຄ່ຳວັນທີ 10 ກຸມພາ, ຢູ່ສູນການຄ້າ ດົ່ງຊວັນ, ທີ່ນະຄອນຫຼວງແບັກແລງ, ສາທາລະນະລັດ ສະຫະພັນ ເຢຍລະມັນ, ສະຖານທູດຫວຽດນາມ ປະຈຳ ເຢຍລະມັນ ໄດ້ສົມທົບກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຢຍລະມັນ ຈັດບຸນປີໃໝ່ປະຈຳຊາດຫວຽດນາມ (ບຸນເຕັດ) ວົງຄະນະຍາດ, ຕ້ອນຮັບບຸນເຕັດປີມະເມຍ 2026.

ທີ່ລາຍການ, ບັນດາແຂກຖືກເຊີນ ແລະພໍ່ແມ່ປະຊາຊົນ ໄດ້ພົບປະແລກປ່ຽນ ແລະຖ່າຍຮູບບັນທຶກຈຸດເວລາທີ່ໜ້າຈົດຈຳໃນເຂດວາງສະແດງທີ່ເຂັ້ມຂຸ້ມໄປດ້ວຍບຸນເຕັດຫວຽດນາມ, ດ້ວຍສີບົວຂອງດອກຄາຍ, ສີເຫຼືອງຂອງດອກເໝີຍ, ເຂດຂຽນຕົວໜັງສື ຫວຽດເດີມ, ເຂດຫໍ່ເຂົ້າຕົ້ມ…, ແລະຮັບປະທານບັນດາເຍື່ອງອາຫານຫວຽດນາມ.

leftcenterrightdel
ທ່ານ Bodo Ramelow, ຮອງປະທານສະພາແຫ່ງຊາດ ເຢຍລະມັນ ກ່າວຄຳເຫັນທີ່ເຫດການ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ເຫດການ, ທ່ານ Bodo Ramelow, ຮອງປະທານສະພາແຫ່ງຊາດ ເຢຍລະມັນ ຢືນຢັນວ່າ ຊາວຫວຽດນາມ ກວ່າ 200.000 ຄົນທີ່ພວມດຳລົງຊີວິດ ແລະເຮັດວຽກຢູ່ເຢຍລະມັນ ແມ່ນບັນດາ “ທູດສັນຕິພາບ” ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ. ທ່ານຕີລາຄາສູງເລື່ອງ ສອງປະເທດ ຮ່ວມມືໃນຂົງເຂດແຮງງານ, ບຳລຸງສ້າງວິຊາຊີບຢ່າງແໜ້ນແຟ້ນ. ທ່ານໃຫ້ຮູ້ວ່າ ຄາດວ່າຈະໄປຢ້ຽມຢາມ ຫວຽດນາມ ໃນເດືອນ ມິຖຸນາ ຈະມາເຖິງ ເພື່ອແນໃສ່ຊຸກຍູ້ການຮ່ວມມືລັດຖະສະພາ, ແລກປ່ຽນຊັບພະຍາກອນມະນຸດ ແລະແບ່ງປັນບົດຮຽນ. 

ໂດຍ: ກວຽດເຕິມ