ນະຄອນ ໂຮ່ຈີມິນ ກະກຽມໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນ ອາຍຸການ 2026 – 2031 ຢ່າງລອບຄອບທີ່ຖ້ວນ
ມາຮອດປະຈຸບັນ, ວຽກງານໂຄສະນາ, ສ້າງບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ, ກະກຽມພື້ນຖານດ້ານວັດຖຸ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ… ຂອງນະຄອນ ໂຮ່ຈີມິນ ໄດ້ຮັບການຜັນຂະຫຍາຍຖືກຕາມຄວາມຄືບໜ້າ.
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: vov.vn |
ວັນທີ 15 ມີນາ ຈະມາເຖິງ, ຜູ້ມີສິດເລືອກຕັ້ງ ຫວຽດນາມ ຈະໄປເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະຜູ້ແທນສະພາປະຊາຊົນທຸກຂັ້ນ, ອາຍຸການ 2026 – 2031. ມາຮອດປະຈຸບັນ, ວຽກງານໂຄສະນາ, ສ້າງບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ, ກະກຽມພື້ນຖານດ້ານວັດຖຸ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ… ຂອງນະຄອນ ໂຮ່ຈີມິນ ໄດ້ຮັບການຜັນຂະຫຍາຍຖືກຕາມຄວາມຄືບໜ້າ.
ເພື່ອໃຫ້ວຽກງານເລືອກຕັ້ງດຳເນີນໄປສະດວກດີ, ບັນດາທ້ອງຖິ່ນໄດ້ຫັນປ່ຽນຮູບແບບໂຄສະນາເປັນຫຼາຍຮູບຫຼາຍແບບ ເພື່ອຊ່ວຍໃຫ້ປະຊາຊົນເຂົ້າໃຈແຈ້ງເຖິງຄວາມໝາຍ, ຄວາມສຳຄັນຂອງການເລືອກຕັ້ງ, ກໍ່ຄືສິດ ແລະພັນທະຂອງຜູ້ມີສິດເລືອກຕັ້ງ.
ທ່ານ ຫງວຽນງອັກໂຮ່ຍ, ຮອງຫົວໜ້າພະແນກວັດທະນະທຳ ແລະກິລານະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:
“ສ້າງບັນຊີລາຍຊື່ຈາກການນຳ, ນັບທັງນັກຂ່າວໃຫ້ແກ່ປະຕູຖານຂອງສະພາປະຊາຊົນນະຄອນ. ເມື່ອມີເນື້ອໃນ ແລະຂໍ້ມູນຂອງບັນດາທ້ອງຖິ່ນແລ້ວ ຈະສົ່ງໃຫ້ກຸ່ມນັກຂ່າວຫຼັກແຫຼ່ງເພື່ອຈັດການໂຄສະນາ”.
ສຳລັບວຽກງານເລືອກຕັ້ງຢູ່ບັນດາຫົວໜ່ວຍກົມກອງທີ່ເຮັດໜ້າທີ່ຢູ່ທະເລ, ນະຄອນໂຮ່ຈີມິນ ຈະຈັດການປ່ອນບັດກ່ອນກຳນົດເວລາແຕ່ວັນທີ 26 ກຸມພາ ຢູ່ຕາແສງ ເຟືອກທັງ, ຕາແສງ ຕາມທັງ, ຕາແສງ ລອງເຊີນ ດ້ວຍຜູ້ມີສິດເລືອກຕັ້ງປະມານ 4.538 ຄົນ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ