ໃນບັນຍາກາດຕ້ອນຮັບປີໃໝ່ 2026 ແລະຂໍ່ານັບຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ສະຖານທູດຫວຽດນາມ ປະຈຳ ບຣູໄນ ໄດ້ຈັດບຸນເຕັດວົງຄະນະຍາດ - ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2026 ແລະໄຂເຂດວັດທະນະທໍາຫວຽດນາມ ຢູ່ສຳນັກງານອົງການຜູ້ຕາງໜ້າ.
ເຂດວັດທະນະທໍາຫວຽດນາມ ໄດ້ສ້າງຂຶ້ນດ້ວຍການຮ່ວມແຮງຮ່ວມໃຈປະກອບສ່ວນຂອງປະຊາຄົມ ແລະບັນດາວິສາຫະກິດຫວຽດນາມ ໃນບໍລິເວນເພື່ອແນໃສ່ໂຄສະນາໄປເຖິງເພື່ອນມິດສາກົນ, ຄູ່ຮ່ວມມືປະເທດປະຈຳຖິ່ນກ່ຽວກັບບັນດາຄຸນຄ່າ ແລະຜະລິດຕະພັນວັດທະນະທໍາຫວຽດນາມ ແລະການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ, ໃນນັ້ນຈຸດພົ້ນເດັ່ນແມ່ນໂຄງການສອນພາສາຫວຽດ ຢູ່ມະຫາວິທະຍາໄລແຫ່ງຊາດ ບຣູໄນ. ພິເສດ, ເຂດວັດທະນະທໍາ ໄດ້ແນະນຳເອກະສານ, ພາບຖ່າຍກ່ຽວກັບປະທານໂຮ່ຈີມິນ ແລະສື່ສິ່ງພິມຂອງເພື່ອນມິດ, ຄູ່ຮ່ວມມືສາກົນທີ່ຂຽນກ່ຽວກັບພາລະກິດຂອງຜູ້ນຳທີ່ແສນເຄົາລົບຮັກຂອງຊາດຫວຽດນາມ ເຖິງບັນດາເພື່ອນມິດ, ຄູ່ຮ່ວມມື.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ
Type the code from the image