ດົນຕີເຊື່ອມຕໍ່ເພື່ອນມິດສາກົນໃນ “ທຳນອງເພງມິດຕະພາບ” ຢູ່ນະຄອນ ໂຮ່ຈີມິນ
ກປ.ອອນໄລ - ລາຍການສະແດງສິລະປະ “ທຳນອງເພງມິດຕະພາບ” ໄດ້ດຳເນີນໃນຕອນຄ່ຳວັນທີ 10 ກຸມພາ ຢູ່ນະຄອນ ໂຮ່ຈີມິນ, ປະກອບສ່ວນແຜ່ກະຈາຍນ້ຳໃຈສາມັກຄີ, ມິດຕະພາບສາກົນ, ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແລະຕ້ອນຮັບລະດູບານໃໝ່ປີມະເມຍ 2026.
ລາຍການສະແດງສິລະປະ “ທຳນອງເພງມິດຕະພາບ” ໄດ້ດຳເນີນໃນຕອນຄ່ຳວັນທີ 10 ກຸມພາ ຢູ່ນະຄອນ ໂຮ່ຈີມິນ, ປະກອບສ່ວນແຜ່ກະຈາຍນ້ຳໃຈສາມັກຄີ, ມິດຕະພາບສາກົນ, ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແລະຕ້ອນຮັບລະດູບານໃໝ່ປີມະເມຍ 2026.
    |
 |
|
ລາຍການໄດ້ແນະນຳຫຼາຍລາຍການສະແດງສິລະປະທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ ຫວຽດນາມ ແລະບັນດາປະເທດ. ພາບ: VOV |
ເມື່ອກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງ ຮ່າແທັງ, ປະທານສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ ລາຍການໄດ້ຝາກຝັງສານກ່ຽວກັບຄວາມຄາດຫວັງສັນຕິພາບ, ພັດທະນາຢ່າງວັດທະນາຖາວອນ, ສະແດງໃຫ້ເຫັນນ້ຳໃຈມິດຕະພາບ ແລະການຜູກພັນກັນຢ່າງແໜ້ນແຟ້ນລະຫວ່າງ ນະຄອນ ໂຮ່ຈີມິນ ກັບເພື່ອນມິດສາກົນ. ໃນຈົດໝາຍ, ສານອວຍພອນ, ເພື່ອນມິດສາກົນໄດ້ຕີລາຄາສູງບົດບາດນຳພາຂອງພັກກອມມູນິດ ຫວຽດນາມ, ກໍຄືຮັບຮູ້ທີ່ຕັ້ງທີ່ນັບມື້ນັບສູງຂອງ ຫວຽດນາມ ບົນເວທີສາກົນ.
ລາຍການໄດ້ແນະນຳຫຼາຍລາຍການສະແດງສິລະປະທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ ຫວຽດນາມ ແລະບັນດາປະເທດ. ໄປຄຽງຄູ່ກັນນັ້ນ, ຍັງມີບັນດາລາຍການສະແດງສິລະປະຂອງນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ; ວາດຟ້ອນພື້ນເມືອງຈາກ ສ.ເກົາຫຼີ, ຈີນ, ອິນເດຍ, ບຸນກາຣີ; ການເດີນແບບຊຸດອາພອນ Yukata ຍີ່ປຸ່ນ… ອີກດ້ວຍ.
ໂດຍ: ກວຽດເຕິມ