ກ່າວຄໍາເຫັນທີ່ພິທີເປີດນໍາໃຊ້, ທ່ານ ຟ້າມມິງຈີ້ງ ເນັ້ນໜັກວ່າ ການສ້າງສູນການເງິນສາກົນ ແມ່ນຄວາມຮຽກຮ້ອງຕ້ອງການຕົວຈິງ, ການຄັດເລືອກຍຸດທະສາດ, ບາດກ້າວເດີນທີ່ແທດຈິງຂອງຫວຽດນາມ. ຜ່ານນັ້ນ, ດຶງດູດ, ຫັນກະແສທຶນເຂົ້າໃນບັນດາຂົງເຂດບຸລິມະສິດ: ພື້ນຖານໂຄງລ່າງຍຸດທະສາດ, ອຸດສາຫະກໍາພື້ນຖານ, ໂລຈິດສະຕິກ, ການຫັນເປັນສີຂຽວ ແລະຫັນເປັນດີຈີຕອນ; ສະໜອງເຄື່ອງມືການເງິນທັນສະໄໝໃຫ້ແກ່ວິສາຫະກິດຫວຽດນາມ ເຂົ້າຮ່ວມເລິກກວ່າໃນຕ່ອງໂສ້ມູນຄ່າທົ່ວໂລກ; ຍົກສູງອິດທິພົນແຫ່ງຊາດຈາກການຮັບທຶນສູ່ການຮ່ວມກັນສ້າງຕະຫຼາດການເງິນພາກພື້ນ ແລະສາກົນ.
    |
 |
|
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ພິທີເປີດນໍາໃຊ້ສູນການເງິນສາກົນຫວຽດນາມ ຢູ່ນະຄອນໂຮ່ຈີມິນ. ພາບ: VGP |
ຕາງໜ້າການນໍາພັກ, ລັດ, ທ່ານນາຍົກລັດຖະມົນຕີ ຕີລາຄາສູງ ແລະຍ້ອງຍໍຊົມເຊີຍສະພາບໍລິຫານສູນການເງິນສາກົນຫວຽດນາມ, ຄະນະກໍາມະການປະຊາຊົນນະຄອນ ໂຮ່ຈີມິນ, ຄະນະກໍາມະການປະຊາຊົນນະຄອນດ່ານັ້ງ ພ້ອມດ້ວຍບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ຮີບຮ້ອນ, ດ້ວຍການຕັດສິນໃຈ ແລະປະສິດທິຜົນສູງ, ກະກຽມບັນດາເງື່ອນໄຂຈໍາເປັນຕ້ອງ ເພື່ອໃຫ້ສູນການເງິນສາກົນຫວຽດນາມ ຢູ່ດ່ານັ້ງ ແລະນະຄອນໂຮ່ຈີມິນ ເປີດນໍາໃຊ້ ແລະເຂົ້າສູ່ການເຄື່ອນໄຫວ.
ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ການສ້າງສູນການເງິນສາກົນ ແມ່ນໜ້າທີ່ທີ່ສັບສົນ, ເຕັມໄປດ້ວຍສິ່ງທ້າທາຍ, ຮຽກຮ້ອງໃຫ້ມີຄວາມຕັດສິນໃຈສູງ, ຄວາມມານະພະຍາຍາມອັນໃຫຍ່ຫຼວງ, ການກະທໍາຕ້ອງຂ້ຽວຂາດ, ຍຶດໝັ້ນ, ທົນທານ, ບໍ່ມີບ່ອນໃຫ້ແກ່ການບ່າຍບ່ຽງ ຫຼືບໍ່ເຖິງຖອງ. ຜົນສໍາເລັດຂອງສູນການເງິນສາກົນຫວຽດນາມ ຢູ່ນະຄອນໂຮ່ຈີມິນ ຮຽກຮ້ອງຕ້ອງມີຄວາມຮັບຜິດຊອບ ແລະການກະທໍາລວມຂອງທົ່ວລະບົບການເມືອງ, ຂອງທຸກຄົນ, ວິສາຫະກິດ ແລະບຸກຄົນ, ການຈັດຕັ້ງ.
    |
 |
|
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ມອບຊໍ່ດອກໄມ້ໃຫ້ຜູ້ຕາງໜ້າບັນດາອົງການຂຶ້ນກັບສູນການເງິນສາກົນຫວຽດນາມ. ພາບ: VGP |
ເພື່ອຮັບປະກັນເປົ້າໝາຍ, ຈຸດໝາຍປາຍທາງສຸດທ້າຍ ແມ່ນຜົນສໍາເລັດຂອງສູນການເງິນສາກົນຫວຽດນາມ ຢູ່ນະຄອນໂຮ່ຈີມິນ ແລະດ່ານັ້ງ, ທ່ານນາຍົກລັດຖະມົນຕີ ຖືວ່າ ລັດຖະບານ ແລະບັນດາກະຊວງ, ຂະແໜງການຂັ້ນສູງກາງ ຕ້ອງກະທໍາຢ່າງຂ້ຽວຂາດ, ຮັບຜິດຊອບໂດຍກົງ, ຕິດຕາມກວດກາ ເປັນປະຈໍາ, ແກ້ໄຂຄວາມຫຍຸ້ງຍາກຢ່າງຂາດຂັ້ນ ແລະມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ສູນການເງິນສາກົນຫວຽດນາມ ຢູ່ນະຄອນໂຮ່ຈີມິນ ແລະດ່ານັ້ງ ຈະພັດທະນາຢ່າງແຂງແຮງ, ກາຍເປັນສັນຍາລັກແຫ່ງການຈະເລີນຮັ່ງມີ, ແມ່ນຄວາມພາກພູມໃຈຂອງທົ່ວທັງຊາດ, ປະກອບສ່ວນຫັນຄວາມມຸ່ງຫວັງເພື່ອປະເທດຫວຽດນາມ ພວມບືນຕົວຂຶ້ນບິນສູງ, ບິນໄກ, ພັດທະນາຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ຜາສຸກ, ກ້າວຂຶ້ນສັງຄົມນິຍົມ ຢ່າງໝັ້ນຄົງ.
ໂດຍ: ໄຊຊະນະ