leftcenterrightdel
ທ່ານ ຫງວຽນວັນທັງ, ປະທານສະຫະພັນແຮງງານນະຄອນຮ່າໂນ້ຍ ໄປຢ້ຽມຢາມ, ລະດົມກຳລັງໃຈກຳມະກອນທີ່ພວມປະຕິບັດການກໍ່ສ້າງ ຢູ່ຂົວ ເວິນຝູກພາບ: ສໍານັກຂ່າວສານຫວຽດນາມ

ນີ້ແມ່ນ 2 ໂຄງການຄົມມະນາຄົມຈຸດສຸມຂອງນະຄອນຫຼວງ, ປະຈຸບັນມີກຳມະກອນ, ວິສະວະກອນເກືອບ 500 ຄົນພວມເຮັດວຽກຢູ່ສະຖານທີ່ກໍ່ສ້າງ, ໂດຍຈະໄດ້ຮັບການຜັນຂະຫຍາຍນັບທັງໃນມື້ບຸນເຕັດ (ບຸນປີໃໝ່ປະຈຳຊາດຫວຽດນາມ) ເພື່ອຮັບປະກັນຄວາມຄືບໜ້າທີ່ໄດ້ວາງອອກ. ຢູ່ທີ່ນີ້, ທ່ານ ຫງວຽນວັນທັງ ໄດ້ຍ້ອງຍໍຊົມເຊີຍນ້ຳໃຈຮັບຜິດຊອບຂອງພະນັກງານ, ກຳມະກອນ; ພ້ອມກັນນັ້ນ ກໍ່ລະດົມກຳລັງໃຈໝູ່ພະນັກງານ, ກຳມະກອນທີ່ພວມປະຕິບັດການກໍ່ສ້າງໃຫ້ສຳເລັດຖືກຕາມຄວາມຄືບໜ້າ ແລະ ອາດຈະລື່ນຄວາມຄືບໜ້າທີ່ໄດ້ກຳນົດ.

ແລະກໍ່ໃນວັນດຽວກັນ, ສະຫະພັນແຮງງານນະຄອນຮ່າໂນ້ຍ ກໍ່ໄດ້ຈັດລາຍການ “ບຸນເຕັດບໍ່ໄກຄອບຄົວ” ຢູ່ເຂດເຮືອນຢູ່ສັງຄົມ ທຽນລົກ. ສ່ວນຢູ່ເຂດອຸດສາຫະກຳທັງລອງ, ສະຫະພັນແຮງງານນະຄອນ ຮ່າໂນ້ຍ ກໍ່ໄດ້ຈັດລາຍການ ນໍາສົ່ງສະມາຊິກກໍາມະບານ, ກຳມະກອນຜູ້ອອກແຮງງານກັບບ້ານຕ້ອນຮັບບຸນເຕັດໂດຍບໍ່ເກັບຄ່າ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ