ກ່ອນທີ່ດໍາເນີນງານແຂ່ງຂັນ “ສາຍຈິດມິດໃຈໃນລະດູບານໃໝ່ ບິ່ງແທ້ງ”, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ຕາແສງບິ່ງແທັ້ງ ພ້ອມດ້ວຍການນຳຫໍພັກນັກສຶກສາລາວ ແລະກຳປູເຈຍ ໃນບໍລິເວັນນະຄອນໂຮ່ຈີມິນ ໄດ້ລົງນາມການເຄື່ອນໄຫວ. ໃນລາຍການ, ຄະນະຈັດຕັ້ງໄດ້ມອບຂອງຂວັນ 30 ຊຸດ (ດ້ວຍມູນຄ່າ 1 ລ້ານດົ່ງ/ພູດ) ເພື່ອໜູນຊ່ວຍນັກສຶກສາລາວ ແລະກຳປູເຈຍ, ດ້ວຍຄວາມຫວັງພວກນ້ອງນັກສຶກສາເຖິງວ່າຢູ່ຫ່າງໄກບ້ານເກີດເມືອງນອນແຕ່ຕ້ອນຮັບບຸນປີໃໝ່ປະຈໍາຊາດຂອງຫວຽດນາມ ທີ່ເຕັມໄປດ້ວຍຄວາມອົບອຸ່ນ, ຄວາມຮັກແພງ.

leftcenterrightdel
ທີມນັກສຶກສາລາວ-ກຳປູເຈຍ ຕົບແຕ່ງຖາດພາເຂົ້າບຸນເຕັດ. ພາບ: kinhtedothi.vn
leftcenterrightdel
ນັກສຶກສາລາວທີ່ພວມຮໍ່າຮຽນຢູ່ນະຄອນໂຮ່ຈີມິນ ສະແດງຊຸດອາພອນພື້ນເມືອງ. ພາບ: kinhtedothi.vn

ລາຍການ “ສາຍຈິດມິດໃຈໃນລະດູບານໃໝ່ ບິ່ງແທ້ັງ” ລວມມີການແຂ່ງຂັນຫໍ່ເຂົ້າຕົ້ມ, ຫໍ່ເຂົ້າໜົມແຕດ; ຕົບແຕ່ງຖາດພາເຂົ້າບຸນເຕັດ; ສະແດງຊຸດອາພອນປະຈໍາຊາດ.

ຈຸດພົ້ນເດັ່ນທີ່ມີຄວາມໝາຍຂອງງານແຂ່ງຂັນແມ່ນມີການເຂົ້າຮ່ວມຂອງນັກສຶກສາລາວ ແລະກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນໂຮ່ຈີມິນ ໄດ້ເຂົ້າຮ່ວມພ້ອມກັບບັນດາທີມ, ພ້ອມກັນຫໍ່ເຂົ້າຕົ້ມ, ເຂົ້າໜົມແຕດ, ຕົບແຕ່ງຖາດພາເຂົ້າບຸນເຕັດ, ແລະແບ່ງປັນບັນຍາກາດໃນຊຸມວັນບຸນເຕັດຂອງຫວຽດນາມ. ການເຂົ້າຮ່ວມຂອງບັນດານັກສຶກສາສາກົນໄດ້ປະກອບສ່ວນເຮັດໃຫ້ງານແຂ່ງຂັນມີຄວາມຫຼາກຫຼາຍດ້ານວັດທະນະທຳ,  ສະແດງໃຫ້ເຫັນນ້ຳໃຈສາມັກຄີ, ມິດຕະພາບ, ຄວາມສະໜິດຕິດພັນລະຫວ່າງປະຊາຊົນຫວຽດນາມ ກັບປະຊາຊົນລາວ ແລະ ກຳປູເຈຍ.

ໂດຍ: ທູຈາງ