ເລີ່ມຕົ້ນໜ້າປະຫວັດສາດໃໝ່
ການຫ້າງຫາກະກຽມຕ້ອນຮັບປີໃໝ່ໃນແຕ່ລະຄັ້ງ, ຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ຈັດຕັ້ງການປະຊຸມກັບນັກຊ່ຽວຊານ, ການນໍາບັນດາອົງການສື່ມວນຊົນ ເພື່ອສະຫຼຸບ, ເລືອກເອົາ 10 ຂີດໝາຍທີ່ພົ້ນເດັ່ນໃນປີ. ປີນີ້, ລາຍຊື່ສົ່ງມາຈາກບັນດາພະແນກ, ຄະນະ, ຂະແໜງການ ແລະອົງການສື່ມວນຊົນຂຶ້ນເຖິງ 30 ກວ່າຂີດໝາຍ. ທີ່ການປະຊຸມຂ່າວຂອງຄະນະກໍາມະການປະຊາຊົນນະຄອນ, ພາຍໃຕ້ການເປັນປະທານຂອງທ່ານນາງ ເຈິ່ນທິຢ້ຽວທຸຍ ຮອງປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ, ຜູ້ແທນທ່ານຕ່າງໆໄດ້ເຫັນດີຄັດເລືອກເອົາ 12 ຂີດໝາຍທີ່ພົ້ນເດັ່ນ, ແທນທີ່ໃຫ້ 10 ຂີດໝາຍຄືແຕ່ລະປີ.
ການນໍາຄະນະກໍາມະການປະຊາຊົນນະຄອນ ແລະນັກຊ່ຽວຊານ, ນັກຂ່າວ ໄດ້ເຫັນດີເປັນເອກະພາບຕີລາຄາວ່າ, ໃນປີ 2025 ແມ່ນປີທີ່ິພິເສດ, ປີຂອງຫຼາຍເຫດການ, ຫຼາຍຂີດໝາຍທີ່ມີລັກສະນະກະໂດດຂັ້ນ, ເລີ່ມຕົ້ນ, ສ້າງພື້ນຖານ, ກໍາລັງແຮງເພື່ອໃຫ້ນະຄອນໂຮ່ຈີມິນ ຢືນຢັນທີ່ຕ້ັງຂອງນະຄອນໃຫຍ່ພັດທະນາ. ປີ 2025 ສິ້ນສຸດລົງ, ເຖິງວ່າປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ ຍ້ອນຜົນກະທົບຈາກສະພາບການໂລກທີ່ມີການຜັນແປ ແລະໄພທໍາມະຊາດ, ພາຍຸກໍ່ຄວາມເສຍຫາຍຢ່າງໜັກໜ່ວງໃນທົ່ວປະເທດຢ່າງລຽນຕິດກໍ່ຕາມ, ແຕ່ນະຄອນໂຮ່ຈີມິນ ຍັງຄົງຮັກສາທີ່ຕ້ັງແຖວໜ້າກ່ຽວກັບການເຕີບໂຕເສດຖະກິດ. ດ້ວຍລະດັບການເຕີບໂຕ 8,3%, ນະຄອນໄດ້ສ້າງບາດກ້າວທີ່ໜັກແໜ້ນເພື່ອຍົກລະດັບການເຕີບໂຕຂຶ້ນສອງຕົວເລກໃນຊຸມຕົ້ນປີພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແລະປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນໂຮ່ຈີມິນ ຄັ້ງທີ I, ອາຍຸການ 2025-2030.
    |
 |
|
ທາງ ເບ້ນແທ່ງ-ຊ່ວຍຕຽນ ສ້າງຄວາມບຸກທະລຸກ່ຽວກັບໂຄງລ່າງຄົມມະນາຄົມ, ເຊື່ອມຕໍ່ເຂດຂອງນະຄອນໂຮ່ຈີມິນ. ພາບ: ຈ້ອງຮຸ່ງ |
ເຫດການໂຮມນະຄອນໂຮ່ຈີມິນ, ບິ່ງເຢືອງ ແລະບ່າເຣ້ຍ-ຫວູ່ງເຕົ່າ ເຂົ້າກັນ ແລະປະຕິບັດຮູບແບບອໍານາດການປົກຄອງທ້ອງຖິ່ນສອງຂັ້ນ ແມ່ນຂີດໝາຍທີ່ມີລັກສະນະກວມລວມ, ທົ່ວໄປທີ່ສຸດ. ການໂຮມເຂົ້າກັນນີ້ບໍ່ພຽງແຕ່ເປີດກວ້າງເຂດແດນບໍລິຫານເພື່ອນໍານະຄອນໂຮ່ຈີມິນ ກາຍເປັນນະຄອນໃຫຍ່ເທົ່ານັ້ນ ຫາກຍັງມີຄວາມສໍາຄັນກວ່າ ນັ້ນແມ່ນການປັບໂຄງສ້າງຂົງເຂດພັດທະນາຢູ່ໃນລະດັບຍຸດທະສາດ, ບ່ອນເຕົ້າໂຮມເສດຖະກິດ 3 ສົ້ນທີ່ຂະຫຍັນຂັນເຄື່ອນທີ່ສຸດຂອງທົ່ວປະເທດ, ເພີ່ມເຕີມ ແລະຊ່ວຍເຫຼືອກັນ. ຈາກນີີ້, ໂຄງສ້າງນະຄອນໃໝ່ໄດ້ປະກົດຂຶ້ນ, ສ້າງເປັນແກນພັດທະນານະຄອນໃຫຍ່ອຸດສາຫະກໍາ-ທ່າກຳປັ່ນ-ການເງິນ-ນະວັດຕະກໍາໃຫຍ່ສຸດຂອງຫວຽດນາມ, ມີທີ່ຕ້ັງໃນພາກພື້ນ ແລະທະວີບ.
ແຕ່ລະໄລຍະພັດທະນາລ້ວນແຕ່ຕິດພັນກັບການ “ລື່ນກາຍຂອບເຂດ” ກ່ຽວກັບຈິນຕະນາການ ແລະຈັດຕັ້ງຂົງເຂດພູມສາດ. ການໂຮມເຂົ້າກັນຄັ້ງນີ້ກໍ່ເຊັນດຽວກັນ. ມັນບໍ່ພຽງແຕ່ແມ່ນການບວກເນື້ອທີ່, ປະຊາກອນ ຫຼືແຫຼ່ງກໍາລັງແຮງພາຍໃນ. ອັນຫຼັກແຫຼ່ງແມ່ນຢູ່ທີ່ການເຊື່ອມຕໍ່ຍຸດທະສາດ. ແຂວງອຸດສາຫະກໍາບິ່ງເຢືອງ ບໍ່ໄດ້ແຍກຕົວອອກຈາກລະບົບຄຸນຄ່າການບໍລິການ-ການເງິນອີກແລ້ວ. ທ່າກ່ຳປັ່ນທະເລບ່າເຣ້ຍ-ຫວູງເຕົ່າ ບໍ່ພຽງແຕ່ແມ່ນສະຖານທີ່ປ່ຽນຖ່າຍສິນຄ້າເທົ່ານັ້ນ ຫາກຍັງກາຍເປັນປະຕູເຊື່ອມໂຍງຂອງທົ່ວເຂດອີກດ້ວຍ...
ພາຍຫຼັງການໂຮມເຂົ້າກັນແລ້ວ, ນະຄອນໂຮ່ຈີມິນ ໄດ້ບືນຕົວຂຶ້ນກາຍເປັນພື້ນຖານເສດຖະກິດທີ່ໃຫຍ່ທີ່ສຸດໃນເຂດ, ປະກອບສ່ວນເຂົ້າງົບປະມານແຫ່ງຊາດຫຼາຍເປັນພິເສດ, ຮັກສາບົດບາດເສົາຄໍ້າໃນສະຖຽນລະພາບ ແລະການເຕີບໂຕ.
ນະຄອນໃຫຍ່ພວມກໍາເນີນເກີດຂຶ້ນຍັງປະເຊີນໜ້າກັບສິ່ງທ້າທາຍທີ່ໃຫຍ່ກວ່າ ແລະສັບສົນກວ່າ. ພື້ນຖານໂຄງລ່າງລະຫວ່າງເຂດ ຍັງບໍ່ສາມາດນໍາທັນຂົງເຂດພັດທະນາໃໝ່; ຄວາມກົດດັນການຄົມມະນາຄົມ, ສະພາບແວດລ້ອມ, ນໍ້າຖ້ວມ, ເຮືອນຢູ່... ຍັງມີຢູ່. ຊ່ອງຫວ່າງການພັດທະນາລະຫວ່າງເຂດຕ່າງໆໄດ້ວາງອອກຄວາມຮຽກຮ້ອງຕ້ອງການໃຫ້ມີການດັດສົມທີ່ລະອຽດອ່ອນ ແລະຍຸຕິທຳຫຼາຍຂຶ້ນ. ບັນດາບັນຫາເຫຼົ່ານີ້, ຖ້າຫາກເບິ່ງຢູ່ໃນຂົງເຂດເກົ່າ, ໂຄງສ້າງເກົ່າ, ອາດແມ່ນຄວາມຫຍຸ້ງຍາກພາຍໃນ. ເຖິງຢ່າງໃດກໍ່ຕາມ, ພາຍໃນຂອບຂອງນະຄອນໃຫຍ່, ການປັບໂຄງສ້າງກາຍເປັນສິ່ງທ້າທາຍ, ເຊິ່ງຮຽກຮ້ອງໃຫ້ມີວິທີແກ້ໄຂທີ່ມີທັງຍຸດທະສາດທີ່ດີສຳລັບໄລຍະຍາວ, ທັງແກ້ໄຂຂໍ້ຈຳກັດ, ຂໍ້ອຸດຕັນໃນຕໍ່ໜ້າ.
ວິໄສທັດຢູ່ລະດັບສູງ ແລະຄວາມເລິກ
ທ່ານ ເຈິ່ນລຶວກວາງ ເລຂາທິການສູນກາງພັກ, ເລຂາພັກນະຄອນໂຮ່ຈີມິນ ຢືນຢັນວ່າ, ການພັດທະນາຂອງນະຄອນໃຫຍ່ບໍ່ສາມາດນໍາພາດ້ວຍແນວຄິດຈິນຕະນາການອາຍຸການໄດ້, ຍິ່ງໄປກວ່ານັ້ນ ແມ່ນບໍ່ສາມາດເຄື່ອນໄຫວໄດ້ດ້ວຍແນວຄິດທີ່ລ້າສະໄໝ. ວິໄສທັດຂອງນະຄອນໂຮ່ຈີມິນ ຮຽກຮ້ອງຕ້ອງມຸ່ງໄປເຖິງການເຕີບໂຕໄວ, ເຕີບໂຕແບບຍືນຍົງ, ດ້ວຍແຫຼ່ງກໍາລັງແຮງທີ່ມີລັກສະນະກວມລວມ, ເປັນເຈົ້າພາທາງ ແລະລົງເລິກວັດທະນະທໍາ. ໃນການກໍານົດທິດຍຸດທະສາດທີ່ກອງປະຊຸມໃຫຍ່ອົງຄະນະພັກນະຄອນໂຮ່ຈີມິນ ຄັ້ງທີ I, ອາຍຸການ 2025-2030 ໄດ້ກໍານົດ, ນະຄອນຕ້ອງສືບຕໍ່ຮັກສາບົດບາດເປັນຫົວຈັກຂັບເຄື່ອນເສດຖະກິດແຫ່ງຊາດ, ບືນຕົວຂຶ້ນໃຫ້ກາຍເປັນສູນທີ່ມີອິດທິພົນໃນຕາໜ່າງຕົວເມືອງພາກພື້ນ ແລະສາກົນ.
ສິ່ງເຫຼົ່ານັ້ນ ມີຄວາມໝາຍກັບການພັດທະນາເສດຖະກິດຕ້ອງໄປຄຽງຄູ່ກັບການຍົກສູງຄຸນນະພາບການດໍາລົງຊີວິດຂອງປະຊາຊົນ. ນະວັດຕະກໍາຕ້ອງຕິດພັນກັບຄວາມຍຸຕິທໍາໃນສັງຄົມ. ການເຊື່ອມໂຍງຢ່າງເລິກເຊິ່ງ ກວ້າງຂວາງຕ້ອງໄປພ້ອມກັບການຮັກສາສະຖຽນລະພາບການເມືອງ-ສັງຄົມ ແລະສີສັນວັດທະນະທໍາ.
ວິໄສທັດພັດທະນາຂອງນະຄອນໂຮ່ຈີມິນ ຕິດແໜ້ນກັບຄວາມຮັບຜິດຊອບແຫ່ງຊາດ. ໂດຍແມ່ນສູນເສດຖະກິດໃຫຍ່ທີ່ສຸດ, ນະຄອນແມ່ນສະຖານທີ່ທົດລອງ ແລະນໍາໜ້າຮູບແບບການພັດທະນາໃໝ່, ຈາກເສດຖະກິດດີຈີຕອນ, ເສດຖະກິດສີຂຽວຈົນເຖິງຕົວເມືອງອັດສະລິຍະ ແລະສັງຄົມດີຈີຕອນ, ພິເສດແມ່ນວິທີການຂຸດຄົ້ນ, ເສີມຂະຫຍາຍແຫຼ່ງກໍາລັງພາຍໃນຂອງລະບົບວິສາຫະກິດພາກເອກະຊົນໃຫ້ໄດ້ຫຼາຍທີ່ສຸດ...
ໃນສະພາບການທີ່ສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະແບບໃໝ່ສະຫຼັບກັນ, ຮຽກຮ້ອງຕ້ອງມີການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ, ຄວາມໝັ້ນຄົງດ້ານສັງຄົມ, ຄວາມໝັ້້ນຄົງດ້ານມະນຸດໃຫ້ກາຍເປັນເງື່ອນໄຂຕັດສິນຊີ້ຂາດໃຫ້ແກ່ການພັດທະນາແບບຍືນຍົງ. ນະຄອນ ນັບມື້ນັບເຊື່ອມໂຍງຕ້ອງມີຄວາມໝັ້ນຄົງຈາກພາຍໃນ; ນັບມື້ນັບເປີດກວ້າງຂົງເຂດພັດທະນາຍິ່ງຕ້ອງປັບປຸງທ່າສະໜາມປ້ອງກັນຊາດທົ່ວປວງຊົນ, ທ່າສະໜາມປ້ອງກັນຄວາມສະຫງົບປະຊາຊົນ.
ນີ້ກໍ່ແມ່ນສິ່ງທີ່ຄວນເອົາໃຈໃສ່ຍຸດທະສາດທີ່ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ເນັ້ນໜັກໃນບົດກ່າວປາໄສຊີ້ນໍາກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນໂຮ່ຈີມິນ ຄັ້ງທີ I, ອາຍຸການ 2025-2030. ວິໄສທັດພັດທະນາຂອງນະຄອນ ໂຮ່ຈີມິນ ຖືປະຊາຊົນເປັນໃຈກາງ. ຄວາມສຳເລັດຂອງນະຄອນໃຫຍ່ວັດແທກໄດ້ທັງກິດຈະກຳພື້ນຖານໂຄງລ່າງທີ່ນັບມື້ນັບເພີ່ມຂຶ້ນ, ທັນສະໄໝ, ທັງວັດແທກໄດ້ເຖິງລະດັບຄວາມເພິ່ງພໍໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະດັດສະນີຄວາມຜາສຸກຂອງປະຊາຊົນ. ແລະນີ້ແມ່ນປັດໄຈ ຕັດສິນ.
ລະດູບານໃໝ່ປີມະເມຍ 2026 ວຽນມາ ເມື່ອນະຄອນໂຮ່ຈີມິນ ໄດ້ມີໂສມໜ້າໃໝ່, ມີຄວາມຮັບຜິດຊອບ ແລະມີຄວາມຄາດຫວັງໃໝ່.
ບຸນເຕັດ, ຊ້າລົງບາດກ້າວໜຶ່ງເພື່ອໃຫ້ເຫັນແຈ້ງກວ່າກ່ຽວກັບຕົວຈິງ ແລະວິໄສທັດຂອງນະຄອນ ກໍ່ຄືຄວາມເປັນກຽດ, ຄວາມຮັບຜິດຊອບຂອງພົນລະເມືອງແຕ່ລະຄົນທີ່ມີຕໍ່ນະຄອນຂອງຕົນ...
ໂດຍ: ໄຊນີດາ