ກ້າວເຂົ້າສູ່ປີ 2026, ຫວຽດນາມ ສືບຕໍ່ດຶງດູດຄວາມສົນໃຈຂອງບັນດາອົງການຈັດຕັ້ງສາກົນ ແລະປະຊາຄົມລົງທຶນໃນທົ່ວໂລກ, ໃນສະພາບການເສດຖະກິດໂລກຍັງບໍ່ຄົງທີ່ທາງດ້ານພູມສາດການເມືອງ, ການຄ້າ ແລະນະໂຍບາຍເງິນຕາ.
    |
 |
|
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ |
ການຕີລາຄາມໍ່ໆມານີ້ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ບໍ່ພຽງແຕ່ຮັກສາທ່າເຕີບໂຕສູງໃນປີ 2025 ເທົ່ານັ້ນ ແຕ່ຍັງມີຫຼາຍເງື່ອນໄຂສະດວກ ເພື່ອກ້າວເຂົ້າສູ່ວົງຈອນການເຕີບໂຕໃໝ່ດ້ວຍແງ່ຫວັງທີ່ຕັ້ງໜ້າໃນປີ 2026 ຕາມການສະຫຼຸບສັງລວມໃນບົດລາຍງານ ແລະຂໍ້ສັງເກດສາກົນສະບັບຕ່າງໆ, ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕພົ້ນເດັ່ນຢູ່ອາຊີ ໃນປີ 2025, ດ້ວຍລະດັບເຕີບໂຕລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 8,02% - ເຊິ່ງແມ່ນລະດັບສູງທີສອງໃນໄລຍະ 2011-2025.
ບົນພື້ນຖານນັ້ນ, ການຄາດຄະເນຕ່າງໆໃຫ້ປີ 2026 ສືບຕໍ່ເປັນໄປໄດ້. ບົດລາຍງານຂອງຫ້ອງການຄົ້ນຄວ້າເສດຖະກິດມະຫາພາກອາຊຽນ+3 (AMRO) ປະກາດວັນທີ 21 ມັງກອນ ຄາດວ່າ GDP ຂອງຫວຽດນາມ ໃນປີ 2026 ອາດຈະບັນລຸ 7,6% - ລະດັບສູງສຸດໃນກຸ່ມອາຊຽນ+3 (ລວມມີ 10 ປະເທດອາຊີຕາເວັນອອກສ່ຽງໃຕ້ ພ້ອມກັບຈີນ, ຍີ່ປຸ່ນ ແລະສ.ເກົາຫຼີ).
ບັນດາອົງການການເງິນທີ່ສຳຄັນຕ່າງໆ ກໍ່ໄດ້ໃຫ້ການຄາດຄະເນຢ່າງຕັ້ງໜ້າ, ຄື ທະນາຄານ UOB ຄາດຄະເນລະດັບເຕີບໂຕ 7,5%, HSBC ຄາດຄະເນ 6,7% ແລະທະນາຄານໂລກ (WB) ແມ່ນ 6,3%.
AMRO ໃຫ້ຂໍ້ສັງເກດວ່າໝາກຜົນນີ້ໄດ້ສ່ອງແສງໃຫ້ເຫັນບົດບາດນັບມື້ນັບຈະແຈ້ງຂອງຫວຽດນາມ ໃນຕ່ອງໂສ້ການສະໜອງຢູ່ພາກພື້ນ, ພິເສດໃນບັນດາຂົງເຂດຜະລິດ ແລະສົ່ງອອກເຕັກໂນໂລຢີສູງ, ພ້ອມກັບຄວາມໝັ້ນຄົງຂອງຄວາມຕ້ອງການພາຍໃນ ແລະສະພາບແວດລ້ອມມະຫາພາກທີ່ເອື້ອອຳນວຍ.
ຈຸດເນັ້ນທີ່ໜ້າສົນໃຈແມ່ນຄວາມໄວ້ເນື້ອເຊື່ອໃຈຂອງກຸ່ມວິສາຫະກິດຕ່າງປະເທດທີ່ມີຕໍ່ແງ່ຫວັງຂອງຫວຽດນາມ. ດັດຊະນີຄວາມໝັ້ນໃຈໃນການດຳເນີນທຸລະກິດ (BCI) ຂອງສະຫະສະມາຄົມວິສາຫະກິດເອີລົບ ຢູ່ຫວຽດນາມ (EuroCham) ໃນໄຕມາດທີ IV/2025 ບັນລຸ 80 ຄະແນນ - ລະດັບສູງສຸດໃນ 7 ປີ.
ໃນນັ້ນ, ມີວິສາຫະກິດເອີລົບ ເຂົ້າຮ່ວມການສໍາຫຼວດປະມານ 88% ໃຫ້ຮູ້ວ່າ ເຂົາເຈົ້້າມີຄວາມເຊື່ອໝັ້ນຕໍ່ແງ່ຫວັງເສດຖະກິດຂອງຫວຽດນາມ ໃນໄລຍະ 2026-2030. ໃນການຮັບຮູ້ຂອງປະຊາຄົມວິສາຫະກິດແລ້ວ, “ຈຸດບວກ” ຂອງຫວຽດນາມ ບໍ່ພຽງແຕ່ຢູ່ໃນທ່າໄດ້ປຽບຄ່າໃຊ້ຈ່າຍເທົ່ານັ້ນ, ຫາກຍັງແມ່ນການເປີດກວ້າງຂອງລະບົບນິເວດການຜະລິດ-ການບໍລິການໜູນຊ່ວຍ, ຄວາມສາມາດເຂົ້າຮ່ວມໃນຂັ້ນຕອນທີ່ມີມຸນຄ່າເພີ່ມສູງຢ່າງເລິກເຊິ່ງກວ່າ, ກໍ່ຄືຄວາມມານະພະຍາຍາມປົວແປງສະພາບແວດລ້ອມແຫ່ງການລົງທຶນໃຫ້ດີຂຶ້ນ.
ແຫຼ່ງຂໍ້ມູນສາກົນມັກຈະມາໂຮມຢູ່ແງ່ຫວັງຂອງຫວຽດນາມ ຢູ່ອ້ອມສາມປັດໄຈຫຼັກ. ທີໜຶ່ງແມ່ນກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI). FDI ສືບຕໍ່ສວມບົດບາດຫຼັກແຫຼ່ງ, ພິເສດແມ່ນເຂົ້າຂະແໜງການເອເລັກໂຕນິກ, ເຕັກໂນໂລຢີ, ການຜະລິດສີຂຽວ ແລະຂົງເຂດທີ່ກ່ຽວຂ້ອງກັບການຫັນປ່ຽນດີຈີຕອນ. ພ້ອມກັນນັ້ນ, ທ່ີຕັ້ງຂອງຫວຽດນາມໃນຍຸດທະສາດ “ຫັນບ່ອນຜະລິດເປັນຫຼາຍຮູບຫຼາຍແບບ” ຂອງບັນດາກຸ່ມບໍລິສັດນາໆຊາດໄດ້ຕີລາຄານັບມື້ນັບຈະແຈ້ງຂຶ້ນ.
ທີສອງ, ການບໍລິໂພກຢູ່ພາຍໃນຍັງຮັກສາທ່າເຕີບໂຕ, ດ້ວຍລະດັບເຕີບໂຕປະມານ 8% ໃນປີ 2025. ຢູ່ໃນບົດລາຍງານກ່ຽວກັບການບໍລິໂພກ ແລະການລົງທຶນຢູ່ພາຍໃນປະເທດສະບັບຕ່າງໆໄດ້ຮັກສາບົດບາດ “ເສົາຄ້ຳຊູ”, ຊ່ວຍໃຫ້ພື້ນຖານເສດຖະກິດມີຄວາມດຸ່ນດ່ຽງກວ່າຕໍ່ການຜັນແປຈາກພາຍນອກ. ທີສາມ, ຂະແໜງການທ່ອງທ່ຽວຫວຽດນາມ ພວມຟື້ນຟູຢ່າງແຂງແຮງ. ແຂກທ່ອງທ່ຽວສາກົນລື່ນກາຍ 21 ລ້ານເທື່ອຄົນໃນປີ 2025 ນັ້ນ ແມ່ນຈຸດພົ້ນເດັ່ນໜູນຊ່ວຍການບໍລິການ, ວຽກເຮັດງານທຳ ແລະການບໍລິໂພກ.
ໜ້າໃສ່ໃຈວ່າ, AMRO ຖືວ່າຄວາມຕ້ອງການເຕັກໂນໂລຢີທົ່ວໂລກ (ເອເລັກໂຕນິກກ້າວໜ້າ, ເຄິ່ງຊັກນໍາໄຟຟ້າ, ບໍລິການດີຈີຕອນ ແລະແອບພິເຄເຊັ່ນທີ່ກ່ຽວຂ້ອງ AI) ແມ່ນແຫຼ່ງກຳລັງທີ່ສໍາຄັນຊ່ວຍໃຫ້ພື້ນຖານເສດຖະກິດມີລະດັບເປີດສູງຢູ່ອາຊີ, ໃນນັ້ນມີ ຫວຽດນາມ.
ໃນສະພາບການນັ້ນ, ເລື່ອງຫວຽດນາມ ເຂົ້າຮ່ວມລະບົບມຸນຄ່າເຕັກໂນໂລຢີຂອງພາກພື້ນຢ່າງເລິກເຊິ່ງກວ່າຖືວ່າແມ່ນທ່າໄດ້ປຽບໃນການແກ່ງແຍ້ງໄລຍະຍາວ. ເຖິງວ່າແງ່ຫວັງລວມໄດ້ຮັບການຕີລາຄາຢ່າງຕັ້ງໜ້າກໍ່ຕາມ, ແຕ່ບັນດາອົງການຈັດຕັ້ງສາກົນກໍ່ໃສ່ໃຈວ່າ ຫວຽດນາມ ຈະຕ້ອງສືບຕໍ່ບໍລິຫານນະໂຍບາຍຢ່າງມີໄຫວພິບ ແລະລະມັດລະວັງເພື່ອຮັກສາທ່າເຕີບໂຕແບບຍືນຍົງ.
ໃນບົດລາຍງານສະບັບໜຶ່ງທີ່ອັບເດດທ້າຍເດືອນມັງກອນ 2026, ອົງການຈັດອັນດັບຄວາມໄວ້ວາງໃຈ Fitch Ratings ຖືວ່າ ສະຖຽນລະພາບ ແລະຄວາມຕໍ່ເນື່ອງຂອງກົງຈັກການນໍາຂັ້ນສູງສາມາດໜູນຊ່ວຍການຜັນຂະຫຍາຍນະໂຍບາຍ ແລະການປະຕິຮູບ, ແຕ່ກໍ່ໃສ່ໃຈເຖິງເປົ້າໝາຍການເຕີບໂຕສູງອາດຈະໄປພ້ອມກັບຄວາມກົດດັນຮັກສາການເຕີບໂຕສິນເຊື່ອໄວ, ເຮັດໃຫ້ຄວາມສ່ຽງໄມ້ງັດເພີ່ມຂຶ້ນໃນສະພາບເປີດກວ້າງການຄ້າຂະໜາດໃຫຍ່.
ຕາມອົງການຈັດຕ້ັງນີ້ແລ້ວ, ອັດຕາສິນເຊື່ອ/GDP ຂອງຫວຽດນາມ ໄດ້ເຕີບໂຕໄວໃນຊຸມປີມໍ່ໆມານີ້, ໄດ້ສ່ອງແສງໃຫ້ເຫັນບົດບາດໃຫຍ່ຂອງສິນເຊື່ອໃນການຊຸກຍູ້ການເຕີບໂຕ. ເລື່ອງທະນາຄານແຫ່ງລັດຫວຽດນາມ ວາງເປົ້າໝາຍການເຕີບໂຕສິນເຊື່ອປະມານ 15% ໃນປີ 2026 ໄດ້ຕີລາຄາວ່າແມ່ນບາດກ້າວເດີນເພື່ອແນໃສ່ດຸ່ນດ່ຽງລະຫວ່າງການໜູນຊ່ວຍການເຕີບໂຕ ແລະການຄວບຄຸມຄວາມສ່ຽງ.
ໜ້າໃສ່ໃຈວ່າ, Fitch ກໍ່ເຕື້ອງເຖິງຄວາມສ່ຽງຈາກສະພາບການຄ້າສາກົນ, ໃນຂະນະນັ້ນ ຫວຽດນາມ ນອນໃນບັນດາລະບົບສະໜອງທີ່ນັບມື້ນັບສັບສົນລະຫວ່າງອາເມລິກາ ແລະຈີນ, ສິ່ງນີ້ພາໃຫ້ມີການຕິດຕາມກວດກາຢ່າງເຂັ້ມງວດກວ່າກ່ຽວກັບຕົ້ນກຳເນີດ ຫຼື ການສົ່ງຕໍ່.
ຈາກແງ່ມູມຂອງພາກພື້ນ, AMRO ກໍ່ໄດ້ເນັ້ນໜັກເຖິງປັດໄຈທີ່ບໍ່ຄົງທີ່ຂອງນະໂຍບາຍການຄ້າທົ່ວໂລກ ແລະການປ່ຽນແປງທີ່ຄາດເດົາໄດ້ຍາກຂອງເງື່ອນໄຂການເງິນສາກົນທີ່ອາດຈະເກີດ “ຄວາມວຸ້ນວາຍ” ໃນໄລຍະສັ້ນ.
ໃນສະພາບການໂລກຍັງມີການຜັນແປຫຼາຍຢ່າງ, ການໃຫ້ຂໍ້ສັງເກດຂອງສາກົນໂດຍລວມແລ້ວຖືວ່າ “ໂອກາດ” ຂອງຫວຽດນາມ ແມ່ນຢູ່ໃນການຮັກສາສະຖຽນລະພາບຂອງມະຫາພາກ, ສືບຕໍ່ປົວແປງສະພາບແວດລ້ອມແຫ່ງການລົງທຶນ, ຍົກສູງຄຸນນະພາບຂອງກະແສເງິນລົງທຶນ ແລະເພີ່ມສະມັດຕະພາບ-ຈາກນັ້ນ ປັບປຸງພື້ນຖານໃຫ້ວົງຈອນການເຕີບໂຕໃໝ່ທີ່ຍືນຍົງກວ່າໃນປີ 2026 ແລະຊຸມປີຈະມາເຖິງ.
ໂດຍ: ໄຊນີດາ