leftcenterrightdel
ປະຈຸບັນ, VNCA ພວມເກັບຮັກສາສຳເນົາເອກະສານກວ່າ 261.000 ສະບັບທີ່ສູນຂຸດຄົ້ນເອກະສານສະສົມ. ພາບ: vov.vn

ເຖິງວ່າສົງຄາມໄດ້ຜ່ານພົ້ນໄປດົນແລ້ວກໍ່ຕາມ, ແຕ່ຍັງມີອັດຖິຜູ້ເສຍສະຫຼະຊີວິດເກືອບ 200.000 ຄົນທີ່ຍັງບໍ່ທັນຊອກເຫັນ; ມີອັດຖິເກືອບ 300.000 ອັດຖິໄດ້ເຕົ້າໂຮມຢູ່ບັນດາເຂດສຸສານແຕ່ຍັງບໍ່ທັນໄດ້ຢັ້ງຢືນຊື່ ແລະນາມສະກຸນເທື່ອ. ໃນສະພາບການນັ້ນ, ໂຄງການດັ່ງກ່າວໂດຍສູນຫວຽດນາມ ແລະເກັບສຳເນົາຫວຽດນາມ Sam Johnson (VNCA) ແລະສະຖາບັນສັນຕິພາບ ແລະການປະທະກັນ (IPAC) ຂຶ້ນກັບມະຫາວິທະຍາໄລເຕັກໂນໂລຊີ Texas (Texas Tech University) ເປັນປະທານຄົ້ນຄວ້າເອກະສານທີ່ໄດ້ເກັບຮັກສາ ແລະໄດ້ຮັບຄວາມຫວັງວ່າຈະປະກອບສ່ວນສຳຄັນເຂົ້າໃນວິວັດການຊອກຫາຜູ້ຫາຍສາບສູນ. ໂຄງການສະແດງໃຫ້ເຫັນຈິດໃຈມະນຸດສະທຳ, ພ້ອມກັນນັ້ນກໍ່ຊຸກຍູ້ການຮ່ວມມື ແລະການໄກ່ເກ່ຍປອງດອງອັນຍາວນານລະຫວ່າງຫວຽດນາມ ແລະອາເມລິກາ.

ໃນໄລຍະ 2023-2025, ບັນດາຝ່າຍໄດ້ສົມທົບກັນແນະນຳສຳເນົາເອກະສານໂດຍຫຍໍ້ນັບຮ້ອຍສະບັບ; ພ້ອມກັນນັ້ນກໍ່ຊອກຫາຕົວພະຍານປະຫວັດສາດເພື່ອມອບພາບຖ່າຍ, ລາຍລັກອັກສອນ, ວັດຖຸສິ່ງຂອງທີ່ໄດ້ຫັນເປັນດີຈີຕອນໃຫ້ຜູ້ຕາງໜ້າຍາດຕິພີ່ນ້ອງຜູ້ເສຍສະຫຼະຊີວິດ ແລະນັກຮົບເກົ່າກວ່າ 40 ຄົນ. ປະຈຸບັນ, VNCA ພວມເກັບຮັກສາສຳເນົາເອກະສານກວ່າ 261.000 ສະບັບ ທີ່ສູນຂຸດຄົ້ນເອກະສານສະສົມ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ