ກ່າວຄຳເຫັນໄຂກອງປະຊຸມ, ປ.ອ Fatih Birol ຜູ້ອຳນວຍການຝ່າຍບໍລິຫານ IEA ເນັ້ນໜັກວ່າ ການຮ່ວມມືມຸ່ງໄປເຖິງການສ້າງລະບົບພະລັງງານທົ່ວໂລກທີ່ປອດໄພ, ຍືນຍົງ ແລະ ຮັບປະກັນຄ່າໃຊ້ຈ່າຍທີ່ເໝາະສົມໃຫ້ແກ່ທຸກປະເທດ. ພ້ອມທັງຢັ້ງຢືນວ່າ ດ້ວຍປະຊາຊົນກວ່າ 100 ລ້ານຄົນ ພ້ອມກັບແຫຼ່ງພະລັງງານທີ່ອຸດົມສົມບູນຄືໄຟຟ້າແສງຕາເວັນ, ໄຟຟ້າແຮງນ້ຳ, ອາຍແກັດ ແລະ ຄວາມສາມາດໃນການພັດທະນາໄຟຟ້ານິວເຄຼຍໃນອະນາຄົດ, ຫວຽດນາມ ຈະສວມບົບດາດເຊື່ອມຈອດສຳຄັນໃນ IEA.

leftcenterrightdel
ປ.ອ Fatih Birol ຜູ້ອຳນວຍການຝ່າຍບໍລິຫານ IEA ຢັ້ງຢືນວ່າບັນດາປະເທດສະມາຊິກຕີລາຄາສູງການຮ່ວມມືນັບມື້ນັບເລິກເຊິ່ງກັບ ຫວຽດນາມ. ພາບ: vov.vn

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຈິງດຶກຫາຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຝລັ່ງ ເນັ້ນໜັກວ່າ ຫວຽດນາມ ເຂົ້າຮ່ວມ IEA ມີຄວາມໝາຍສຳຄັນພິເສດເມື່ອປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຢຶດໝັ້ນກັບເປົ້າໝາຍນຳການປ່ອຍທາດກາກບອນລົງລະດັບເປັນ 0 ແລະ ຫັນພະລັງງານເປັນສີຂຽວ. ທ່ານ ຈິງດຶກຫາຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຝລັ່ງ ຢືນຢັນ​ວ່າ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ປະກອບສ່ວນ​ຢ່າງເປັນເຈົ້າການ ​ແລະຕັ້ງໜ້າ​ເຂົ້າ​ໃນ​ການ​ເຈລະຈາ​ດ້ານ​ພະລັງງານ​ໃນ​ທົ່ວ​ໂລກ.

ໂດຍ: ກວຽດເຕິມ