ເນື່ອງໃນໂອກາດກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດຫວຽດນາມ (ບຸນເຕັດ) ປີມະເມຍ 2026, ຕອນບ່າຍວັນທີ 6 ກຸມພາ, ຢູ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ຈັດງານພົບປະບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າການຕ່າງປະເທດ ແລະບັນດາຄູ່ຮ່ວມມືສາກົນ ປະຈໍາຢູ່ຫວຽດນາມ.

leftcenterrightdel
ທ່ານ ດວ່ານມິນຮວນ ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ກ່າວຄຳເຫັນທີ່ການພົບປະ. ພາບ: vovworld.vn

ກ່າວຄຳເຫັນທີ່ການພົບປະ, ທ່ານ ດວ່ານມິນຮວນ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຢືນຢັນວ່າ ສະຖາບັນໃຫ້ຄຳໝັ້ນສັນຍາຍູ້ແຮງການຮ່ວມມືກັບສາກົນຢ່າງແທດຈິງ, ມີປະສິດທິຜົນ, ມີຈຸດສຸມ, ພັດທະນາວິຊາການທາງການຕ່າງປະເທດ, ຍົກສູງອິດທິພົນຊື່ສຽງຂອງຫວຽດນາມ ບົນເວທີສາກົນ. ພ້ອມກັນນັ້ນ, ກໍ່ກຳນົດການແລກປ່ຽນທິດສະດີ ແລະບຳລຸງສ້າງການນຳຂັ້ນສູງກັບບັນດາພັກກອມມູນິດ, ພັກກຳອຳນາດ ແມ່ນເສົາຄ້ຳຫຼັກແຫຼ່ງຂອງການພົວພັນຕ່າງປະເທດພັກ, ປະກອບສ່ວນປະຕິບັດວິໄສທັດຍຸດທະສາດຂອງຊາດໃນສັງກາດໃໝ່ໃຫ້ປະກົດຜົນເປັນຈິງ.

ໂດຍຕາງໜ້າໃຫ້ບັນດາເອກອັກຄະລັດຖະທູດ, ຫົວໜ້າບັນດາອົງການຜູ້ຕາງໜ້າທາງການທູດ ແລະຄູ່ຮ່ວມມືສາກົນ ປະຈຳຢູ່ຫວຽດນາມ, ທ່ານ Pauline Tamesis, ຜູ້ປະສານງານປະຈຳການສະຫະປະຊາຊາດ ປະຈຳຫວຽດນາມ ຕີລາຄາສູງວິໄສທັດຖືມະນຸດເປັນໃຈກາງຂອງຫວຽດນາມ; ບັນດາການປະຕິຮູບກ່ຽວກັບການຄຸ້ມຄອງຢ່າງແຂງແຮງ, ກໍຄືການກຳນົດທິດຢ່າງຈະແຈ້ງກ່ຽວກັບນະວັດຕະກຳ, ການຫັນເປັນດີຈີຕອນ ແລະຫັນເປັນສີຂຽວ. ທ່ານ ໃຫ້ຮູ້ວ່າ ສະຫະປະຊາຊາດ ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບບັນດາຄວາມຄາດຫວັງຂອງຫວຽດນາມ.

ແຫຼ່ງຄັດຈາກ: vovworld.vn