ໂດຍປະຕິບັດຕາມການຊີ້ນໍາຂອງກອງບັນຊາການທະຫານຊາຍແດນກ່ຽວກັບການຈັດຕັ້ງລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ ອົບອຸ່ນໃຈຊາວບ້ານ”, ໃນຊຸມປີຜ່ານມາ, ກອງບັນຊາການທະຫານຊາຍແດນບັນດາແຂວງດັກນົງ, ບິ່ງຖ້ວນ ແລະເລິມດົ່ງ (ປັດຈຸບັນແມ່ນກອງບັນຊາການທະຫານຊາຍແດນແຂວງເລິມດົ່ງ) ໄດ້ກໍານົດວ່າ ລາຍການນີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວກ່ຽວກັບການຮັບປະກັນຊີວິດສັງຄົມພຽງຢ່າງດຽວ ເທົ່ານັ້ນ, ຫາກຍັງແມ່ນໜ້າທີ່ການເມືອງອັນສໍາຄັນ, ປະກອບສ່ວນປັບປຸງທ່າສະໜາມຊາຍແດນທົ່ວປວງຊົນ, ເພີ່ມທະວີການພົວພັນສາມັກຄີລະຫວ່າງທະຫານ ແລະປະຊາຊົນ, ກໍ່ສ້າງ “ທ່າສະໜາມໃນໃຈປະຊາຊົນ” ໄວ້ຢ່າງໜັກແໜ້ນອີກດ້ວຍ.

leftcenterrightdel
ຄະນະຈັດຕັ້ງລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ ອົບອຸ່ນໃຈຊາວບ້ານ” ມອບຂອງຂວັນໃຫ້ແມ່ຫວຽດນາມວິລະຊົນ ຫງວຽນທິສື໊, ຢູ່ຕາແສງ ຝູຖຸຍ, ແຂວງເລິມດົ່ງ. ພາບ: ວັນຮວ່ານ.

ນັບແຕ່ປີ 2023 ມາຮອດປັດຈຸບັນ, ທະຫານຊາຍແດນແຂວງ ໄດ້ສົມທົບກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນທຸກຂັ້ນມອບຂອງຂວັນຈໍານວນ 11.200 ພູດ ດ້ວຍມູນຄ່າທັງໝົດ 5,6 ຕື້ດົ່ງ ໃຫ້ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ຄອບຄົວທຸກຍາກ, ຄອບຄົວໃກ້ຈະທຸກຍາກ, ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ, ຊາວປະມົງໃນບໍລິເວນແຂວງເລິມດົ່ງ. ພ້ອມກັນນັ້ນ, ລາຍການດັ່ງກ່າວ ຍັງໄດ້ໜູນຊ່ວຍກໍ່ສ້າງເຮືອນມະຫາສາມັກຄີ ຈໍານວນ 60 ຫຼັງ ດ້ວຍມູນຄ່າທັງໝົດ 3,6 ຕື້ດົ່ງ, ເພື່ອຊ່ວຍຄອບຄົວທີ່ມີຄວາມຫຍຸ້ງຍາກທາງດ້ານເຮືອນຢູ່ໃຫ້ມີເຮືອນທີ່ແໜ້ນໜາຖາວອນ, ມີຊີວິດການເປັນຢູ່ປົກກະຕິຍາວນານ, ມີຄວາມອຸ່ນອ່ຽນໃຈອອກແຮງງານທໍາການຜະລິດ, ສະໜິດຕິດພັນກັບບໍລິເວນເຂດຊາຍແດນ.

leftcenterrightdel
ທີມງານແພດໝໍ ກວດພະຍາດ ແລະແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນ ຢູ່ຕາແສງ ກວ໋າງຈຶກ, ແຂວງເລິມດົ່ງ. ພາບ: ວັນຮວ່ານ.

ວຽກງານເບິ່ງແຍງດູແລໃຫ້ແກ່ຄົນຮຸ່ນໜຸ່ມຢູ່ເຂດຊາຍແດນ, ທະຫານຊາຍແດນແຂວງເລິມດົ່ງ ກໍໄດ້ເອົາໃຈໃສ່ເປັນພິເສດດ້ວຍການມອບລົດຖີບຈໍານວນ 100 ຄັນ ແລະໜູນຊ່ວຍນັກຮຽນຫຼາຍຮ້ອຍຄົນ ດ້ວຍງົບປະມານຂຶ້ນເຖິງຫຼາຍຕື້ດົ່ງ. ບັນດາຂອງຂວັນ, ທຶນການສຶກສາເຫຼົ່ານັ້ນ ບໍ່ພຽງແຕ່ມີຄຸນຄ່າທາງດ້ານວັດຖຸ ເທົ່ານັ້ນ ຫາກຍັງເປັນແຫຼ່ງກໍາລັງໃຈອັນໃຫຍ່ຫຼວງ, ເສີມສ້າງມະນາຈິດຕື່ມອີກ ເພື່ອໃຫ້ພວກນ້ອງບືນຕົວຂຶ້ນໃນການຮໍ່າຮຽນ, ຫຼໍ່ລ້ຽງຄວາມໃຝ່ຝັນກໍ່ສ້າງບ້ານເກີດເມືອງນອນ. ນອກຈາກນີ້, ທາງລາຍການຍັງໄດ້ມອບເຂົ້າຕົ້ມຈໍານວນ 10.000 ອັນໃຫ້ປະຊາຊົນ ເນື່ອງໃນໂອກາດວັນບຸນປີໃໝ່ປະຈໍາຊາດ; ຈັດຕັ້ງການກວດພະຍາດ, ໃຫ້ຄໍາປຶກສາດ້ານສຸຂະພາບ ແລະແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນ 3.000 ກວ່າເທື່ອຄົນ; ຈັດກິດຈະກໍາເຄື່ອນໄຫວພົບປະແລກປ່ຽນ, ສະແດງສິລະປະວັດທະນະທໍາ ເຊິ່ງດຶງດູດຜູ້ເຂົ້າຮ່ວມ 10.000 ກວ່າເທື່ອຄົນ.

leftcenterrightdel
ພັນເອກພິເສດ ຫງວຽນແທ່ງດິ໊ງ ຫົວໜ້າການທະຫານ ກອງບັນຊາການທະຫານຊາຍແດນແຂວງເລິມດົ່ງ ມອບຂອງຂວັນໃຫ້ປະຊາຊົນຢູ່ເຂດຊາຍແດນແຂວງເລິມດົ່ງ. ພາບ: ວັນຮວ່ານ.

ສະເພາະໃນໂອກາດວັນບຸນປີໃໝ່ປະຈໍາຊາດປີມະເມຍ 2026, ກອງບັນຊາການທະຫານຊາຍແດນແຂວງເລິມດົ່ງ ໄດ້ສົມທົບກັບອໍານາດການປົກຄອງທ້ອງຖິ່ນ ຈັດຕັ້ງລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ ອົບອຸ່ມໃຈຊາວບ້ານ” ທັງໝົດ 19 ຕາແສງ, ເຂດເສດຖະກິດພິເສດຊາຍແດນ, ທະເລ, ໝູ່ເກາະຂອງແຂວງ; ມອບເຂົ້າຕົ້ມ 3.500 ກວ່າອັນ; ຈັດຕັ້ງການກວດພະຍາດ, ໃຫ້ຄໍາປຶກສາດ້ານສຸຂະພາບແກ່ປະຊາຊົນນັບຫຼາຍພັນເທື່ອຄົນ; ມອບຂອງຂວັນ 5.000 ພູດ; ໜູນຊ່ວຍການກໍ່ສ້າງເຮືອນມະຫາສາມັກຄີ ຈໍານວນ 10 ຫຼັງ; ມອບທຶນການສຶກສາ 200 ທຶນ ແລະ 150 ຮູບແບບຫາເງິນລ້ຽງຊີບໃຫ້ແກ່ພໍ່ແມ່ປະຊາຊົນ. ແມ່ຕູ້ ເລືອງທິບົ໋ງ ຢູ່ບ້ານເດິມຢໍ້, ຕາແສງຖ້ວນແຮ້ງ, ແຂວງເລິມດົ່ງ ແບ່ງປັນວ່າ: “ຈັ່ງແມ່ນເຮັດໃຫ້ຊາວບ້ານມີຄວາມອົບອຸ່ນໃຈແທ້ນໍ, ຂອບໃຈພວກອາວທະຫານ ຫຼາຍໆເດີ  ທີ່ໄດ້ມອບຂອງຂວັນ, ກວດສຸຂະພາບ, ແຈກຢາຍຢາ ແລະເອົາໃຈໃສ່ຕໍ່ຜູ້ທີ່ມີອາຍຸຫຼາຍຢູ່ເຂດຊາຍແດນ ຄືພວກຂ້າພະເຈົ້າ”.

leftcenterrightdel
ຄະນະຈັດຕັ້ງລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ ອົບອຸ່ນໃຈຊາວບ້ານ” ມອບເຮືອນແຫ່ງຄວາມຜູກພັນຮັກໄຄ່ ແລະທຶນການສຶກສາໃຫ້ປະຊາຊົນແຂວງເລິມດົ່ງ. ພາບ: ວັນຮວ່ານ.

ແບ່ງປັນກ່ຽວກັບຄວາມໝາຍຂອງລາຍການດັ່ງກ່າວ, ທ່ານນາງ ຮ່າທິແຮ້ງ ກໍາມະການຄະນະປະຈໍາພັກແຂວງ, ຮອງປະທານຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງເລິມດົ່ງ ຢັ້ງຢືນວ່າ: “ນີ້ບໍ່ພຽງແຕ່ເປັນການໜູນຊ່ວຍບັນດາຄອບຄົວທຸກຍາກຕ້ອນຮັບບຸນປີໃໝ່ໃຫ້ມີຄວາມອົບອຸ່ນ ແລະມີຄວາມສຸກຫຼາຍຂຶ້ນແຕ່ຢ່າງດຽວ,  ຫາກຍັງສະແດງໃຫ້ເຫັນອາລົມຈິດຄວາມຮັກແພງ, ຄວາມຮັບຜິດຊອບຕໍ່ກັບພີ່ນ້ອງຮ່ວມຊາດຢູ່ເຂດຊາຍແດນ, ທະເລ, ໝູ່ເກາະຂອງນັກຮົບທະຫານຊາຍແດນ ແລະພະນັກງານ, ສະມາຊິກພັກ, ລັດຖະກອນ, ບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ປະກອບສ່ວນເພີ່ມທະວີຄວາມສາມັກຄີລະຫວ່າງທະຫານ ແລະປະຊາຊົນ, ຄວາມສະໜິດຕິດພັນອັນໝັ້ນແກ່ນ, ຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວກັນເພື່ອປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຢູ່ເຂດຊາຍແດນ, ກໍ່ສ້າງເຂດຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະນັບມື້ນັບພັດທະນາ ອີກດ້ວຍ”.

ພັນເອກພິເສດ ເຈິ່ນຫວຽດຮຶງ ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງເລິມດົ່ງ ຕີລາຄາວ່າ: “ຜ່ານການຈັດຕັ້ງມາຫຼາຍປີຢູ່ບໍລິເວນແຂວງເລິມດົ່ງ, ລາຍການດັ່ງກ່າວ ໄດ້ສ້າງຂີດໝາຍອັນພົ້ນເດັ່ນ, ດ້ວຍກິດຈະກໍາເຄື່ອນໄຫວທີ່ຫຼາກຫຼາຍ, ອຸດົມສົມບູນ, ສອດຄ່ອງກັບຈຸດພິເສດ, ຄວາມຕ້ອງການຕົວຈິງຂອງປະຊາຊົນເຂດຊາຍແດນ, ທະເລ, ໝູ່ເກາະ. ບັນດາໝາກຜົນດັ່ງກ່າວໄດ້ສ້າງຄວາມສາມັກຄີ, ສະໜິດຕິດພັນລະຫວ່າງພະນັກງານ, ນັກຮົບກັບຄະນະພັກ, ອໍານາດການປົກຄອງ, ບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນທຸກຂັ້ນກັບປະຊາຊົນ, ປະກອບສ່ວນກໍ່ສ້າງກໍາລັງບົ່ມຊ້ອນດ້ານຊາຍແດນ ໃຫ້ນັບມື້ໝັ້ນຄົງເຂັ້ມແຂງ”.

ໂດຍ: ໄຊຊະນະ