ເປີດຫ້ອງການຜູ້ຕາງໜ້າ Viettel ຢູ່ສິງກະໂປ
ກປ.ອອນໄລ - ຕອນເຊົ້າວັນທີ 4 ກຸມພາ, ເນື່ອງໃນໂອກາດເຂົ້າຮ່ວມງານວາງສະແດງການບິນສິງກະໂປ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເຂົ້າຮ່ວມພິທີເປີດຫ້ອງການຜູ້ຕາງໜ້າກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ຢູ່ທີ່ສິງກະໂປ.
ກ່າວຄໍາເຫັນທີ່ພິທີ, ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ການພົວພັນມິດຕະພາບ ແລະຄູ່່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະສິງກະໂປ ໄດ້ຮັບການປັບປຸງ ແລະພັດທະນາເລິກເຊິ່ງ, ກວ້າງຂວາງຢ່າງບໍ່ຢຸດຢັ້ງ, ພິເສດໃນຂົງເຂດເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວິທະຍາສາດ, ເຕັກໂນໂລຢີ ແລະຫັນປ່ຽນດີຈີຕອນ. ພິທີເປີດຫ້ອງການຜູ້ຕາງໜ້າ Viettel ຢູ່ສິງກະໂປ ແມ່ນພິສູດໃຫ້ເຫັນການພັດທະນາຢ່າງແທ້ຈິງ, ມີປະສິດທິຜົນຂອງການພົວພັນອັນດີງາມນັ້ນ, ປະກອບສ່ວນຫັນຄໍາໝັ້ນສັນຍາການຮ່ວມມືລະຫວ່າງສອງປະເທດ ແລະກະຊວງປ້ອງກັນປະເທດສອງປະເທດໃຫ້ປະກົດຜົນເປັນຈິງ.
    |
 |
|
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະຜູ້ແທນກົດປຸ່ມເປີດຫ້ອງການຜູ້ຕາງໜ້າ Viettel ຢູ່ສິງກະໂປ. ພາບ: ກ່ຽວຈິງ |
ທ່ານພົນໂທ ຮວ່າງຊວນຈ໊ຽນ ເຊື່ອໝັ້ນວ່າ ດ້ວຍທ່າໄດ້ປຽບແມ່ນກຸ່ມບໍລິສັດເຕັກໂນໂລຢີທົ່ວໂລກ, ມີຄວາມສາດມາດໃນການຄົ້ນຄວ້າ-ພັດທະນາຢ່າງແຂງແຮງ, Viettel ຈະໝູນໃຊ້ສະພາບການທີ່ຂະຫຍັນຂັນເຄື່ອນ, ໂປ່ງໃສ ແລະມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຂອງສິງກະໂປ ໃຫ້ມີປະສິດທິຜົນ, ຄື: ໂທລະຄົມມະນາຄົມລຸ້ນໃໝ່, ປັນຍາປະດິດ, ຄວາມໝັ້ນຄົງທາງໄຊເບີ, ໂຄງລ່າງດີຈີຕອນ, ອຸດສາຫະກໍາປ້ອງກັນຊາດເຕັກໂນໂລຢີສູງ ແລະມາດຕະການດີຈີຕອນເພື່ອຮັບໃຊ້ການພັດທະນາແບບຍືນຍົງ. ກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ເອົາໃຈ, ສະໜັບສະໜູນ ແລະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ Viettel ບຸກທະລຸ, ພັດທະນາຢ່າງແຂງແຮງ, ເປີດກວ້າງການຮ່ວມມືສາກົນບົນພື້ນຖານຍຸຕິທໍາ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບກົດໝາຍສາກົນ ແລະສອດຄ່ອງກັບຜົນປະໂຫຍດຍຸດທະສາດຂອງແຕ່ລະປະເທດ.
ໂດຍ: ໄຊນີດາ