leftcenterrightdel
Viettel ນໍາໃຊ້ເຂົ້າງານລະບົບຊຸບເປີຄອມພິວເຕີ NVIDIA DGX B200 ໜ່ວຍທຳອິດ ໂດຍຫວຽດນາມ ເປັນເຈົ້າຂອງ ຢ່າງເປັນທາງການ. ພາບ: qdnd.vn

ນີ້ແມ່ນພລາດຟອມໂຄງລ່າງຄິດໄລ່ປະສິດທິພາບສູງທີ່ທັນສະໄໝທີ່ສຸດໃນໂລກ, ຮັບໃຊ້ການຄົ້ນຄວ້າ ແລະພັດທະນາຮູບແບບປັນຍາປະດິດ (AI) ລຸ້ນໃໝ່.

ສູນບໍລິການຂໍ້ມູນ ແລະປັນຍາປະດິດ Viettel (Viettel AI) ແມ່ນໜ່ວຍງານທີ່ນໍາໃຊ້ເຂົ້າງານລະບົບຊຸບເປີຄອມພິວເຕີນີ້ໂດຍກົງ, ຄົ້ນຄວ້າພັດທະນາຮູບແບບ AI ຂອງຫວຽດນາມ.

Viettel ໄດ້ລົງທຶນ ແລະນໍາໃຊ້ເຂົ້າງານລະບົບຊຸບເປີຄອມພິວເຕີ B200 ໃນສະພາບການມະຕິເລກທີ 57/TW-NQ ຂອງກົມການເມືອງ, ໄດ້ກຳນົດຄວາມຮຽກຮ້ອງຕ້ອງການໃນການເປັນເຈົ້າຂອງເຕັກໂນໂລຊີຍຸດທະສາດແຫ່ງຊາດ, ໃນນັ້ນມີປັນຍາປະດິດ. ໃນຖານະເປັນກຸ່ມບໍລິສັດເຕັກໂນໂລຊີ ຫຼັກແຫຼ່ງຂອງປະເທດ, Viettel ໄດ້ຜັນຂະຫຍາຍພື້ນຖານໂຄງລ່າງຄິດໄລ່ ທີ່ທັນສະໄໝທີ່ສຸດ ແລະມີປະສິດທິພາບສູງ, ພ້ອມທີ່ຈະຕອບສະໜອງ ຄວາມຕ້ອງການພັດທະນາ AI ຂະໜາດໃຫຍ່ທີ່ຫວຽດນາມ, ອະນຸຍາດໃຫ້ ກໍ່ສ້າງ ແລະນໍາໃຊ້ເຂົ້າງານໂຄງລ່າງ AI ຫຼັກ ຢູ່ພາຍໃນປະເທດ.

leftcenterrightdel
ລະບົບຊຸບເປີຄອມພິວເຕີ B200 ໜ່ວຍທໍາອິດ ໂດຍ ຫວຽດນາມ ເປັນເຈົ້າຂອງ ຈະກາຍເປັນພື້ນຖານໂຄງລ່າງ AI ຫຼັກ ແລະພລາດຟອມຄິດໄລ່ຍຸດທະສາດໄລຍະຍາວຂອງ Viettel. ພາບ: qdnd.vn

ທ່ານ ຫງວຽນແມ້ງກຸ໋ຍ, ຜູ້ອຳນວຍການ Viettel AI ໄດ້ແບ່ງປັນວ່າ: “ການນຳເອົາລະບົບ B200 ເຂົ້າໃນການໃຊ້ງານ ບໍ່ພຽງແຕ່ເປັນການ ລົງທຶນໃນພື້ນຖານໂຄງລ່າງຄິດໄລ່ເທົ່ານັ້ນ, ແຕ່ຍັງເປັນບາດກ້າວຍຸດ ທະສາດ ເພື່ອໃຫ້ Viettel ສ້າງຂີດຄວາມສາມາດດ້ານ AI ແລະ ໜ້າເຊື່ອຖືໃຫ້ແກ່ຫວຽດນາມ ອີກດ້ວຍ. ໃນພລາດຟອມນີ້, Viettel ສາມາດພັດທະນາເຕັກໂນໂລຊີ AI ເພື່ອຮັບໃຊ້ປະຊາຊົນ ແລະວິສາຫະກິດ ຫວຽດນາມ ແລະຮ່ວມເດີນທາງພ້ອມກັບລັດຖະບານ ໃນການຊຸກຍູ້ ການຫັນເປັນດີຈີຕອນຢ່າງປອດໄພ, ມີປະສິດທິພາບ ແລະຍືນຍົງ”.

ໂດຍ: ກວຽດເຕິມ