ເກິ່ນເທີ: ສົ່ງເສີມ "ຄວາມຄາດຫວັງທີ່ບິນສູງ - ຄວາມພາກພູມໃຈຫວຽດນາມ" ໃນຮຸ້ນໜຸ່ມ
ກປ.ອອນໄລ - ຕອນບ່າຍວັນທີ 31 ມັງກອນ, ຄະນະປະຈຳຄະນະຊາວໜຸ່ມນະຄອນເກິ່ນເທີ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນພະຍານປະຫວັດສາດດ້ວຍຫົວຂໍ້ "ຄວາມຄາດຫວັງທີ່ບິນສູງ - ຄວາມພາກພູມໃຈຫວຽດນາມ".
ທີ່ລາຍການພົບປະແລກປ່ຽນ, ພະຍານປະຫວັດສາດໄດ້ແບ່ງປັນເລື່ອງລາວທີ່ແທ້ຈິງ, ມີຊີວິດຊີວາກ່ຽວກັບວິວັດການຝຶກແອບ, ການຕໍ່ສູ້, ການອຸທິດສ່ວນຕໍ່ປະເທດຊາດ; ຄວາມຊົງຈຳທີ່ເລິກເຊິ່ງໃນປາງສົງຄາມ ກໍ່ຄືຂະບວນການຜ່ານຜ່າສິ່ງທ້າທາຍ, ຄວາມທຸກຍາກລຳບາກ ເພື່ອປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍຈາກພັກ, ລັດ ແລະປະຊາຊົນຢ່າງດີເລີດ.
    |
 |
|
ບັນດາວິລະຊົນກໍາລັງປະກອບອາວຸດປະຊາຊົນ ແບ່ງປັນຄວາມຊົງຈຳກ່ຽວກັບພາລະກິດປະຕິວັດກັບສະມາຊິກຄະນະຊາວໜຸ່ມ, ຊາວໜຸ່ມຂອງນະຄອນເກິ່ນເທີ. ພາບ: qdnd.vn |
ລາຍການດັ່ງກ່າວກໍ່ເປັນເວທີທີ່ມີຄວາມໝາຍເພື່ອໄວໜຸ່ມຂອງນະຄອນພົບປະແລກປ່ຽນ, ຖາມຄຳຖາມ, ສະແດງຄວາມຄິດ, ຈາກນັ້ນໄດ້ຮັບຄວາມເຂົ້າໃຈທີ່ເລິກເຊິ່ງກວ່າກ່ຽວກັບບົດບາດ, ຄວາມຮັບຜິດຊອບຂອງຊາວໜຸ່ມໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນໄລຍະໃໝ່, ເປັນຕົ້ນແມ່ນໃນສະພາບການທີ່ເຊື່ອມໂຍງສາກົນ ແລະການຫັນປ່ຽນດີຈີຕອນໃນປະຈຸບັນ.
ລາຍການ "ຄວາມຄາດຫວັງທີ່ບິນສູງ - ຄວາມພາກພູມໃຈຫວຽດນາມ" ບໍ່ພຽງແຕ່ເປັນການເຄື່ອນໄຫວເພື່ອຮູ້ບຸນຄຸນຕໍ່ຄົນລຸ້ນກ່ອນເທົ່ານັ້ນ ແຕ່ຍັງເປັນແຫຼ່ງກໍາລັງໜູນອັນໃຫຍ່ຫຼວງ, ສ້າງເຕີມຄວາມໄວ້ເນື້ອເຊື່ອໃຈ, ເຈດຈຳນົງ ແລະຄວາມຄາດຫວັງອຸທິດສ່ວນໃຫ້ແກ່ສະມາຊິກຄະນະຊາວໜຸ່ມ, ຊາວໜຸ່ມຂອງນະຄອນເກິ່ນເທີ ໃນປະຈຸບັນ ແລະໃນອະນາຄົດ.
ໂດຍ: ຈາງຫງວຽນ