ທີ່ການຖະແຫຼງຂ່າວປະຈຳ ໄຕມາດທີ I ປີ 2026 ຂອງກະຊວງກໍ່ສ້າງຫວຽດນາມ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 30 ມັງກອນ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນແຢງຮຸຍ ຮອງລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ ໃຫ້ຮູ້ວ່າ ຫົວໜ່ວຍພວມຮີບດ່ວນປະຕິບັດສຳເລັດບົດລາຍງານກ່ຽວກັບກົນໄກພິເສດ, ວິທີການລົງທຶນ ແລະເງື່ອນໄຂເລືອກເອົານັກລົງທຶນໃຫ້ແກ່ໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ເໜືອ-ໃຕ້, ສ້າງຄວາມຄືບໜ້າຂອງວຽກງານຢ່າງລະອຽດ ເພື່ອຮັບປະກັນການເລີ່ມລົງມືກໍ່ສ້າງໂຄງການໃນທ້າຍປີ 2026.

leftcenterrightdel
ທ່ານ ຫງວຽນແຢງຮຸຍ ຮອງລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ  ກ່າວຄຳເຫັນທີ່ການຖະແຫຼງຂ່າວ. ພາບ: vov.vn

ທ່ານ ຫງວຽນແຢງຮຸຍ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ພວກຂ້າພະເຈົ້າໄດ້ເລືອກເອົາບໍລິສັດທີ່ປຶກສາເອີລົບ ໃຫ້ແກ່ໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ເໜືອ-ໃຕ້. ບໍລິສັດທີ່ປຶກສາດ້ານເຕັກນິກ Ineco ແມ່ນບໍລິສັດໃຫຍ່ຂອງ ແອັດສະປາຍ ເຊິ່ງແມ່ນວິສາຫະກິດໜູນຊ່ວຍພວກຂ້າພະເຈົ້າໃນການຄຸ້ມຄອງໂຄງການ. ເພື່ອຕີລາຄາປະສິດທິຜົນຂອງໂຄງການຄືແນວໃດ? ບັນຫາດ້ານເຕັກນິກຄືແນວໃດ? ບັນຫາເຕັກໂນໂລຢີຄືແນວໃດ? ຕາມຂໍ້ກຳນົດຂອງກົດໝາຍ ແລະພຶດຕິກຳຕົວຈິງ, ຕ້ອງມີບົດລາຍງານຄົ້ນຄ້ວາຄວາມເປັນໄປໄດ້ຂອງໂຄງການພວກຂ້າພະເຈົ້າຈຶ່ງມີຂໍ້ມູນຢ່າງຄົບຖ້ວນເພື່ອຕອບຄຳຖາມກ່ຽວກັບຍອດເງິນລົງທຶນ, ປະສິດທິຜົນ ແລະຮູບແບບການລົງທຶນ.

ແຫຼ່ງຄັດຈາກ: vovworld.vn