ຕາມຕົວເລກຫຼ້າສຸດຂອງກະຊວງອຸດສາຫະກໍາ, ການຄ້າ ແລະພະລັງງານ (MOTIE) ພ້ອມກັບສະຫະສະມາຄົມການຄ້າສາກົນ ສ.ເກົາຫຼີ (KITA) ໄດ້ປະກາດວ່າ ວົງເງິນສົ່ງອອກຂອງສ.ເກົາຫຼີ ໄປຍັງຫວຽດນາມ ໃນປີ 2025 ບັນລຸ 62,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 7,6% ເມື່ອທຽບໃສ່ປີກາຍ. ກົງກັນຂ້າມ, ວົງເງິນນໍາເຂົ້າຂອງປະເທດນີ້ຈາກຫວຽດນາມ ກໍ່ເພີ່ມຂຶ້ນ 11,7%, ບັນລຸ 31,8 ຕື້ໂດລາສະຫະລັດ.

leftcenterrightdel
ກອງປະຊຸມ ຄັ້ງທີ 14 ຂອງຄະນະກໍາມະການປະສົມກ່ຽວກັບການຮ່ວມມືການຄ້າ, ອຸດສາຫະກໍາພະລັງງານ ແລະກອງປະຊຸມ ຄັ້ງທີ 8 ຂອງຄະນະກໍາມະການປະສົມປະຕິບັດສັນຍາການຄ້າ ຫວຽດນາມ-ສ.ເກົາຫຼີ ໄດ້ດໍາເນີນໃນວັນທີ 14 ເມສາ 2025. ພາບ: ໜັງສືພິມເຍີນເຢີນ

ສະນັ້ນ, ລວມຍອດວົງເງິນການຄ້າສອງຝ່າຍສ.ເກົາຫຼີ-ຫວຽດນາມ ໄດ້ເພີ່ມຂຶ້ນຈາກ 86,8 ຕື້ໂດລາສະຫະລັດເປັນ 94,5 ຕື້ໂດລາສາຫະລັດ, ເຕີບໂຕປະມານ 9%. ຫວຽດນາມ ກາຍເປັນປະເທດທີ່ເອົາມາໃຫ້ສ່ວນເກີນການຄ້າໃຫຍ່ທີ 2 ໃຫ້ສ.ເກົາຫຼີ, ຄັດຈາກອາເມລິກາ.

ກ່ອນໜ້ານັ້ນ, ປີ 2022, ຫວຽດນາມ ເຄີຍເປັນອັນດັບໜຶ່ງໃນບັນຊີລາຍຊື່ບັນດາປະເທດມີສ່ວນເກີນການຄ້າໃຫຍ່ທີ່ສຸດສໍາລັບສ.ເກົາຫຼີ ແລະຮັກສາອັນດັບທີສອງໄດ້ 3 ປີແລ້ວ.

ກໍາລັງໜູນຫຼັກທີ່ຊຸກຍູ້ການເຕີບໂຕນີ້ທີ່ມາຈາກການດີຂຶ້ນໃນຂົງເຂດເຄິ່ງຊັກນໍາໄຟຟ້າ. ໂດຍອີງໃສ່ AI ແລະສູນຂໍ້ມູນທົ່ວໂລກ, ສິນຄ້າເຊິ່ງຊັກນໍາໄຟຟ້າ-ຜະລິດຕະພັນສົ່ງອອກຫຼັກຂອງສ.ເກົາຫຼີ-ໄດ້ສ້າງສະຖິຕິປະຫວັດສາດດ້ວຍລາຍຮັບ 173,4 ຕື້ໂດລາສະຫະລັດ. ທີ່ຢູ່ຕະຫຼາດຫວຽດນາມ, ສິນຄ້າເຄິ່ງຊັກນໍາໄຟຟ້າກໍ່ແມ່ນປະເພດສົ່ງອອກອັນດັບໜຶ່ງ.

ຕາງໜ້າຂອງ MOTIE ໃຫ້ຂໍ້ສັງເກດວ່າ ເຖິງວ່າຕົກຢູ່ໃນສະພາບການຄ້າສາກົນມີການຜັນແປຫຼາຍຢ່າງກໍ່ຕາມ, ແຕ່ຫວຽດນາມ ຍັງແມ່ນຕະຫຼາດສໍາຄັນໃນກຸ່ມອາຊຽນ ເພື່ອໃຫ້ ສ.ເກົາຫຼີ ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ ແລະຫຼຸດຜ່ອນ ການຂຶ້ນກັບຈາກອາເມລິກາ ແລະຈີນ. ລັດຖະບານສ.ເກົາຫຼີ ກໍ່ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຊ່ວຍເຫຼືອເພື່ອຊຸກຍູ້ການພົວພັນການຄ້າເຊິ່ງທີ່ມີຜົນປະໂຫຍດມາໃຫ້ສອງຝ່າຍ, ບໍ່ພຽງແຕ່ຢູ່ຂະແໜງເຄິ່ງຊັກນໍາໄຟຟ້າເທົ່ານັ້ນ ຫາກຍັງຢູ່ສິນຄ້າ ບໍລິໂພກປະເພດຕ່າງໆທີ່ພວມໄດ້ຮັບການນິຍົມ.

ໂດຍ: ໄຊນີດາ