ເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກຢ່າງມີໄຊ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາກະຊວງ, ອົງການ, ທ້ອງຖິ່ນ, ກຸ່ມບໍລິສັດ, ບໍລິສັດໃຫຍ່ປະຕິບັດບັນດາໜ້າທີ່, ມາດຕະການທີ່ໄດ້ຍົກອອກມາຢູ່ມະຕິເລກທີ 01/NQ-CP ລົງວັນທີ 8 ມັງກອນ 2026 ຂອງລັດຖະບານຢ່າງຮີບດ່ວນ, ເປັນເຈົ້າການກໍາແໜ້ນການຜັນແປສະພາບການສາກົນ ແລະພາຍໃນປະເທດ,... ເພື່ອບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ.

leftcenterrightdel
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງການເງິນເປັນປະທານ, ສົມທົບກັບບັນດາກະຊວງ, ອົງການທີ່ກ່ຽວຂ້ອງສ້າງໂຄງການດໍາເນີນງານຂອງລັດຖະບານປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ຍື່ນຕໍ່ລັດຖະບານ ກ່ອນວັນທີ 5 ກຸມພາ 2026 ຢ່າງຮີບດ່ວນ. ພ້ອມກັນນັ້ນ, ກະຊວງການເງິນ, ບັນດາກະຊວງ, ອົງການ, ທ້ອງຖິ່ນປະຕິບັດສໍາເລັດແຜນການທຶນໃນປີ 2026 ຂອງບັນດາໂຄງການເປົ້າໝາຍແຫ່ງຊາດເພື່ອຍື່ນຕໍ່ນາຍົກລັດຖະມົນຕີ ມອບຂຶ້ນແຜນ ແລະແບ່ງງານໃນເດືອນ ກຸມພາ 2026...; ສູ້ຊົນອັດຕາປ່ອຍເງິນລົງທຶນພາກລັດ ບັນລຸ 100% ແຜນການທີ່ນາຍົກລັດຖະມົນຕີ ມອບໝາຍໃຫ້.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງກໍ່ສ້າງ, ບັນດາກະຊວງ, ອົງການ, ທ້ອງຖິ່ນກວດກາລະອຽດລະອໍຢ່າງຮີບດ່ວນ...; ພ້ອມທັງກວດກາຄືນການລົງທຶນເພີ່ມເຕີມຢ່າງຄົບຖ້ວນ, ຄົບຊຸດບັນດາກິດຈະການໂຄງລ່າງເຕັກນິກຢູ່ເສັ້ນທາງ, ລາຍງານນາຍົກລັດຖະມົນຕີ ກ່ອນວັນທີ 15 ກຸມພາ 2026. ເສີມຂະຫຍາຍໂຄງການກໍ່ສ້າງເຮືອນຢູ່ແຫ່ງຊາດໃຫ້ມີປະສິດທິຜົນ, ຍູ້ແຮງການກໍ່ສ້າງເຮືອນຢູ່ສັງຄົມ, ໂດຍສະເພາະແມ່ນເຮືອນໃຫ້ເຊົ່າ, ສູ້ຊົນໃນປີ 2026 ກໍ່ສ້າງເຮືອນຢູ່ສັງຄົມໃຫ້ສໍາເລັດກວ່າ 110.000 ຫ້ອງ...

ໂດຍ: ໄຊນີດາ