ຫວຽດນາມ ຢັ້ງຢືນທີ່ຕັ້ງເປັນສະຖານທີ່ທ່ອງທ່ຽວທີ່ດີໃນຕະຫຼາດທ່ອງທ່ຽວອິດສະລາແອນ
ກປ.ອອນໄລ - ທີ່ກອງປະຊຸມສຳມະນາ, ບັນດາຝ່າຍໄດ້ອັບເດດຮອບດ້ານກ່ຽວກັບຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຫວຽດນາມ, ແນະນຳລະບົບນິເວດການບໍລິການທ່ອງທ່ຽວແບບຄົບຊຸດ, ຄວາມສາມາດໃນການຜັນຂະຫຍາຍບັນດາຜະລິດຕະພັນ tour series, incentive ແລະ tailormade.
ໃນຂອບງານຕະຫຼາດນັດທ່ອງທ່ຽວສາກົນເຂດທະເລເມດີຕາລາເນ (International Mediterranean Tourism Market – IMTM) ຄັ້ງທີ 32 ຈັດຂຶ້ນຢູ່ນະຄອນຫຼວງ Tel Aviv ຂອງປະເທດ ອິດສະລາແອນ, ວັນທີ 1 ກຸມພາ, ບໍລິສັດ AuthenticAsia DMC ຮ່ວມກັບ ກຸ່ມບໍລິສັດ Little ໂຮ້ຍອານ, Vietstar Cruises Investment JSC Destination Chase ຈັດຕັ້ງກອງປະຊຸມສຳມະນາ ດ້ວຍຫົວຂໍ້ ‘’ຫວຽດນາມ - ສະຖານທີ່ທ່ອງທ່ຽວທີ່ດີສຳລັບແຂກທ່ອງທ່ຽວ ອິດສະລາແອນ’’.
    |
 |
|
ຫວຽດນາມ ຢັ້ງຢືນທີ່ຕັ້ງເປັນສະຖານທີ່ທ່ອງທ່ຽວທີ່ດີໃນຕະຫຼາດທ່ອງທ່ຽວອິດສະລາແອນ. ພາບ: ສໍານັກຂ່າວສານຫວຽດນາມ. |
ທີ່ກອງປະຊຸມສຳມະນາ, ບັນດາຝ່າຍໄດ້ອັບເດດຮອບດ້ານກ່ຽວກັບຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຫວຽດນາມ, ແນະນຳລະບົບນິເວດການບໍລິການທ່ອງທ່ຽວແບບຄົບຊຸດ, ຄວາມສາມາດໃນການຜັນຂະຫຍາຍບັນດາຜະລິດຕະພັນ tour series, incentive ແລະ tailormade, ພ້ອມກັນນັ້ນປຶກສາຫາລືທິດທາງການຮ່ວມມືພັດທະນາຜະລິດຕະພັນໃຫ້ເໝາະສົມກັບຄວາມຕ້ອງການຂອງແຂກທ່ອງທ່ຽວອິດສະລາແອນ ໄລຍະ 2026-2027.
IMTM ແມ່ນງານຕະຫຼາດນັດທ່ອງທ່ຽວອາຊີບໃຫຍ່ທີ່ສຸດຢູ່ ອິດສະລາແອນ ແລະ ພາກພື້ນທະເລເມດີຕາລາເນ, ໄດ້ຈັດຂຶ້ນຢ່າງລຽນຕິດມາເປັນເວລາ 30 ກວ່າປີ. ງານຕະຫຼາດນັດຄັ້ງນີ້ໄດ້ຈັດຂຶ້ນເປັນທາງການຕັ້ງແຕ່ວັນທີ 3-4 ກຸມພາ ຢູ່ສູນງານວາງສະແດງ Expo Tel Aviv, ຊຶ່ງປະກອບດ້ວຍເກືອບ 200 ຮ້ານວາງສະແດງ ແລະ ນັບພັນກວ່າຫົວໜ່ວຍຕາງໜ້າຈາກ 50 ກວ່າປະເທດ. ການເຂົ້າຮ່ວມຂອງບັນດາວິສາຫະກິດການທ່ອງທ່ຽວຫວຽດນາມ ເປັນຂີດໝາຍບາດກ້າວອັນສຳຄັນໃນວຽກງານໂຄສະນາຮູບພາບການທ່ອງທ່ຽວຫວຽດນາມ ຢູ່ ທ້ອງຕະຫຼາດຕາເວັນອອກກາງ-ເຂດທະເລເມດີຕາລາເນ.
ໂດຍ: ກວຽດເຕິມ