ຫວຽດນາມ ແລະສະວິດ ຍູ້ແຮງການຮ່ວມມືໃນຂົງເຂດຕ່າງໆ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມ, ເຮັດວຽກຢູ່ສະວິດ, ຫວ່າງແລ້ວນີ້, ທີ່ນະຄອນຫຼວງ Bern, ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ Guy Parmelin ປະທານາທິບໍດີສະວິດ ແລະ ທ່ານ Pierre-André Page ປະທານສະພາຕໍ່າ.
ທີ່ການພົບປະຄັ້ງຕ່າງໆ, ສອງຝ່າຍໄດ້ແລກປ່ຽນບາງມາດຕະການທີ່ລະອຽດ ເພື່ອນໍາການພົວພັນສອງປະເທດ ກ້າວສູ່ໜ້າປະຫວັດສາດໃໝ່, ມີປະສິດທິຜົນ ແລະແທດຈິງກວ່າ. ການນໍາສະວິດຫຼາຍທ່ານ ເຫັນດີເປັນເອກະພາບຕໍ່ຂໍ້ສະເໜີຂອງທ່ານ ຫງວຽນຮວ່າບິ່ງ ກ່ຽວກັບເລື່ອງສອງຝ່າຍຕ້ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຜັນຂະຫຍາຍຢ່າງມີປະສິດທິຜົນຂອບເຂດຄູ່ຮ່ວມມືຮອບດ້ານທີ່ຫາກໍ່ໄດ້ສ້າງຕັ້ງ; ຊຸກຍູ້ສະພາແຫ່ງຊາດສະວິດ ພິຈາລະນາສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບກັບຫວຽດນາມ ເພື່ອເພີ່ມທະວີການຮ່ວມມືລັດຖະສະພາຂອງສອງປະເທດໃຫ້ມີປະສິດທິຜົນ.
    |
 |
|
ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ແລະທ່ານ Guy Parmelin ປະທານາທິບໍດີສະວິດ. ພາບ: VGP |
ເນື່ອງໃນໂອກາດນີ້, ທ່ານ ຫງວຽນຮວ່າບິ່ງ ໄດ້ສົ່ງຄໍາເຊື້ອເຊີນຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ທ່ານ ເລືອງເກື່ອງ ປະທານປະເທດ ມາຍັງທ່ານ Guy Parmelin ປະທານາທິບໍດີ ແລະຂອງທ່ານ ເຈິ່ນແທງເໝີ໊ນ ປະທານສະພາແຫ່ງຊາດຫວຽດນາມ ມາຍັງທ່ານ Pierre-André Page ປະທານສະພາຕໍ່າ ໄປຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ສອງຝ່າຍເຫັນດີເປັນເອກະສັນວ່າ ໃນສະພາບການໂລກພວມມີການຜັນແປຢ່າງໄວວາ, ສັບສົນ, ສອງປະເທດຕ້ອງເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍູ້ແຮງການຮ່ວມມືໃນຂົງເຂດຕ່າງໆ ເຊິ່ງ ສອງປະເທດມີຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະເພີ່ມເຕີມໃຫ້ກັນ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງຢູ່ພາກພື້ນ ແລະໃນໂລກ. ສອງຝ່າຍເຫັນດີເປັນເອກະພາບພ້ອມກັນມານະພະຍາຍາມຊຸກຍູ້ເລື່ອງຫວຽດນາມ ແລະສະມາຄົມການຄ້າເສລີເອີລົບ (EFTA) ເຊິ່ງສະວິດ ເປັນສະມາຊິກຫຼັກແຫຼ່ງ, ສິ້ນສຸດການເຈລະຈາສັນຍາການຄ້າເສລີໃນປີ 2026 ໂດຍໄວ, ເປີດໂອກາດຮ່ວມມືດ້ານການຄ້າ-ການລົງທຶນບຸກທະລຸ, ພ້ອມທັງປະກອບສ່ວນເຊື່ອມຕໍ່ສູນການເງິນຂອງສະວິດ ແລະຫວຽດນາມ ແຫ່ງຕ່າງໆ.
ໃນວັນດຽວກັນ, ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ໄດ້ເຮັດວຽກກັບການນໍາຫຼາຍທ່ານຂອງເວທີເສດຖະກິດຫວຽດນາມ-ສະວິດ (SVEF), ຫ້ອງການການຄ້າ ສະວິດ-ອາຊີ (SACC) ແລະບັນດາວິສາຫະກິດກ່ຽວກັບການເງິນ, ເຕັກໂນໂລຊີ ເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ, ຮຽກຮ້ອງໃຫ້ວິສາຫະກິດສະວິດ ລົງທຶນເຂົ້າສູນກາງເງິນ ຢູ່ ຫວຽດນາມ.
ໂດຍ: ໄຊນີດາ