ຜັນຂະຫຍາຍມາດຕະການ ແນໃສ່ຍົກອັນດັບຄວາມໄວ້ວາງໃຈແຫ່ງຊາດຫວຽດນາມ
ກ່ອນອື່ນໝົດແມ່ນຜັນຂະຫຍາຍມາດຕະການ ແລະນະໂຍບາຍ ແນໃສ່ບໍລິຫານບັນດາດັດຊະນີກ່ຽວກັບໜີ້ສິນສາທາລະນະ, ໜີ້ສິນລັດຖະບານ ແລະໜີ້ສິນແຫ່ງຊາດ ຢ່າງມີປະສິດທິຜົນ...
    |
 |
|
ທ່ານ ເຈິ່ນກວ໊ກເຟືອງ ຮອງລັດຖະມົນຕີກະຊວງການເງິນຫວຽດນາມ. ພາບ: vov.vn |
ກ່ອນອື່ນໝົດແມ່ນຜັນຂະຫຍາຍມາດຕະການ ແລະນະໂຍບາຍ ແນໃສ່ບໍລິຫານບັນດາດັດຊະນີກ່ຽວກັບໜີ້ສິນສາທາລະນະ, ໜີ້ສິນລັດຖະບານ ແລະໜີ້ສິນແຫ່ງຊາດ ຢ່າງມີປະສິດທິຜົນ, ຮັບປະກັນຮັກສາຢູ່ໃນລະດັບຕັ້ງໜ້າ, ຕອບສະໜອງບັນດາຄາດໝາຍຕີລາຄາຈັດອັນດັບຄວາມໄວ້ວາງໃຈຂອງບັນດາອົງການຈັດຕັ້ງສາກົນ. ພ້ອມດຽວກັນນັ້ນ, ສົມທົບກັບບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນຢ່າງແໜ້ນແຟ້ນເພື່ອເປັນເສນາທິການປັບປຸງກົນໄກ, ນະໂຍບາຍຊຸກຍູ້ການເຕີບໂຕເສດຖະກິດໃນພື້ນຖານຮັກສາສະຖຽນລະພາບເສດຖະກິດມະຫາພາກໃຫ້ສົມບູນແບບ. ເມື່ອບັນດາດັດຊະນີເສດຖະກິດມະຫາພາກໄດ້ຮັບການຮັກສາໃນສະພາວະທີ່ຕັ້ງໜ້າ, ສິ່ງດັ່ງກ່າວມີຜົນກະທົບທີ່ສະດວກຕໍ່ການປັບປຸງອັນດັບໄວ້ວາງໃຈ. ໄປຄຽງຄູ່ກັນນັ້ນ, ສືບຕໍ່ເພີ່ມທະວີການປະສານສົມທົບກັບບັນດາອົງການຈັດອັນດັບຄວາມໄວ້ວາງໃຈ.
ໄປຄຽງຄູ່ກັນນັ້ນ, ສືບຕໍ່ເພີ່ມທະວີການສົມທົບກັບບັນດາອົງການຈັດອັນດັບຄວາມໄວ້ວາງໃຈສາກົນຜ່ານການສະໜອງຂໍ້ມູນຢ່າງຄົບຖ້ວນ, ທັນການ ແລະຈະແຈ້ງ, ຊ່ວຍໃຫ້ອົງການຈັດຕັ້ງນີ້ມີພື້ນຖານຕີລາຄາພື້ນຖານເສດຖະກິດຫວຽດນາມ ໃຫ້ຊັດເຈນກວ່າ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ