ຫວຽດນາມ-ລາວ ເຮັດໃຫ້ເນື້ອໃນຈິດໃຈຫຸ້ນສ່ວນຍຸດທະສາດ ເລິກເຊິ່ງກວ່າອີກ
ກປ.ອອນໄລ - ຕອນເຊົ້າວັນທີ 5 ກຸມພາ, ພິທີຕ້ອນຮັບສະຫາຍ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຢ້ຽມຢາມທາງລັດຖະກິດ ສປປ ລາວ ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະສົມກຽດ ທີ່ທຳນຽບປະທານປະເທດ, ນະຄອນຫຼວງວຽງຈັນ.
    |
 |
|
ສະຫາຍ ໂຕເລິມ ເລຂາທິການໃຫຍ່ ແລະສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ກວດແຖວກຽດຕິຍົດກອງທັບປະຊາຊົນລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ພາຍຫຼັງພິທີຕ້ອນຮັບ, ສະຫາຍ ໂຕເລິມ ໄດ້ມີການພົບປະສອງຝ່າຍກັບສະຫາຍ ທອງລຸນ ສີສຸລິດ. ເຂົ້າຮ່ວມການພົບປະສອງຝ່າຍ ມີສະຫາຍ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ແລະສະຫາຍ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ.
ທີ່ການພົບປະສອງຝ່າຍ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ຕີລາຄາສູງເລື່ອງສະຫາຍ ໂຕເລິມ ໄດ້ເລືອກເຟັ້ນປະເທດ ລາວ ເປັນປະເທດທຳອິດໄປຢ້ຽມຢາມ ໃນຖານະເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIV, ພ້ອມທັງຢືນຢັນວ່າ ການຢ້ຽມຢາມທາງລັດຖະກິດຢູ່ ລາວ ໃນຄັ້ງນີ້ຂອງສະຫາຍ ເລຂາທິການໃຫຍ່ ໂຕເລິມ ແລະຄະນະຜູ້ແທນຂັ້ນສູງພັກ, ລັດຫວຽດນາມ ມີຄວາມໝາຍອັນສຳຄັນຍິ່ງໃນປະຫວັດສາດການພົວພັນສອງປະເທດ ເມື່ອເຂົ້າຮ່ວມຄະນະ ມີສະຫາຍ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ແລະສະຫາຍ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ .
ສະຫາຍ ໂຕເລິມ ແລະສະຫາຍ ທອງລຸນ ສີສຸລິດ ສະແດງຄວາມປິຕິຊົມຊື່ນຕໍ່ບາດກ້າວພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ ແລະແທດຈິງໃນການພົວພັນຮ່ວມມື ຫວຽດນາມ-ລາວ ໃນໄລຍະຜ່ານມາ; ເນັ້ນໜັກວ່າ, ບັນດາໝາກຜົນທີ່ບັນລຸໄດ້ບໍ່ພຽງແຕ່ປະກອບສ່ວນໂດຍກົງເຂົ້າໃນການພັດທະນາຂອງແຕ່ລະປະເທດເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ ອີກດ້ວຍ.
    |
 |
|
ສະຫາຍ ເລຂາທິການໃຫຍ່ ໂຕເລິມ ແລະສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ |
ການນຳສອງທ່ານ ເຫັນດີເປັນເອກະພາບວ່າ ຄຽງຂ້າງບັນດາໝາກຜົນອັນຕັ້ງໜ້າທີ່ບັນລຸໄດ້, ບົນພື້ນຖານບັນດາຂໍ້ຕົກລົງ ແລະກົນໄກຮ່ວມມືທີ່ມີຢູ່ແລ້ວ, ສອງຝ່າຍສືບຕໍ່ປ່ຽນແປງໃໝ່ວິທີການຮ່ວມມື, ຍົກສູງຄຸນນະພາບ ແລະປະສິດທິຜົນຕາມທິດນັບມື້ນັບແທດຈິງ; ສະໜິດຕິດພັນຢ່າງແໜ້ນແຟ້ນລະຫວ່າງວິໄສທັດຍຸດທະສາດ ແລະການກະທຳຢ່າງລະອຽດ, ພ້ອມທັງເພີ່ມທະວີການປະສານສົມທົບຍຸດທະສາດລະຫວ່າງສອງພັກ, ສອງລັດ.
ບົນພື້ນຖານການກໍານົດທິດທາງໃຫຍ່ດ້ວຍວິໄສທັດຍາວນານ, ການນຳສອງປະເທດ ໄດ້ເຫັນດີເປັນເອກະພາບບັນດາຈຸດສຸມຄວນສຸມໃສ່ຜັນຂະຫຍາຍຢ່າງທັນທີໃນອາຍຸການນີ້ ເພື່ອແນໃສ່ຫັນເປົ້າໝາຍຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດໃຫ້ປະກົດຜົນເປັນຈິງໂດຍໄວ, ໃນສະພາບການແຕ່ລະພັກ ພວມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອາຍຸການໃໝ່ ແລະສ້າງແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 2026-2030...
    |
 |
|
ສະມາຊິກຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ |
ສິ້ນສຸດການພົບປະສອງຝ່າຍ, ສະຫາຍ ໂຕເລິມ ແລະສະຫາຍ ທອງລຸນ ສີສຸລິດ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມມືສອງຝ່າຍທີ່ສໍາຄັນລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະອົງການທີ່ກ່ຽວຂ້ອງຂອງສອງປະເທດໃນຂົງເຂດການສຶກສາ, ຍຸຕິທຳ ແລະການຮ່ວມມືລະຫວ່າງບັນດາທ້ອງຖິ່ນ; ສືບຕໍ່ສ້າງພື້ນຖານນິຕິກຳ ແລະແຮງຂັບເຄື່ອນໃໝ່, ຫັນເນື້ອໃນຈິດໃຈຫຸ້ນສ່ວນຍຸດທະສາດໃນການພົວພັນຮ່ວມມືລະຫວ່າງສອງປະເທດ ໃຫ້ປະກົດຜົນເປັນຈິງ.
ໂດຍ: ເຈິ່ນຮວ່ຽນ