ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະກັບນາຍົກລັດຖະມົນຕີລາວ
ກປ.ອອນໄລ - ຕອນບ່າຍວັນທີ 5 ກຸມພາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສປປ ລາວ ຂອງທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ.
ທີ່ການພົບປະ, ສອງນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ ໃນໄລຍະທີ່ຜ່ານມາ ແລະທິດທາງເປົ້າໝາຍພັດທະນາໃນໄລຍະຈະມາເຖິງ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ຂອງແຕ່ລະປະເທດຢ່າງມີປະສິດທິຜົນ.
ທ່ານ ຟ້າມມິງຈິ໊ງ ແບ່ງປັນກ່ຽວກັບໝາກຜົນອັນພົ້ນເດັ່ນ ແລະການປະກອບສ່ວນອັນສຳຄັນຂອງລັດຖະບານຫວຽດນາມ ເຂົ້າໃນຜົນສໍາເລັດຂອງປະເທດໃນອາຍຸການ 2021-2025, ຢືນຢັນຄວາມຕັດສິນໃຈຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຢ່າງມີປະສິດທິຜົນ ເພື່ອໃຫ້ຫວຽດນາມ ປະຕິບັດສອງເປົ້າໝາຍ 100 ປີຢ່າງມີໄຊ ນັ້ນແມ່ນຮອດປີ 2030 ກາຍເປັນປະເທດກໍາລັງພັດທະນາ ມີອຸດສາຫະກໍາທັນສະໄໝ, ມີລາຍຮັບປານກາງສູງ, ແລະມຸ່ງໄປເຖິງປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ເມື່ອແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງສອງປະເທດ, ການນຳສອງປະເທດ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ຜົນການຮ່ວມມືຮອບດ້ານ ແລະໜ້າປະທັບໃຈທີ່ສອງປະເທດ ບັນລຸໄດ້ໃນໄລຍະຜ່ານມາ. ຕາມນັ້ນແລ້ວ, ການພົວພັນດ້ານການເມືອງ-ການທູດລະຫວ່າງຫວຽດນາມ ແລະລາວ ສືບຕໍ່ໄດ້ຮັບການປັບປຸງ ແລະຍົກຂຶ້ນເປັນຄວາມໄວ້ເນື້ອເຊື່ອໃຈລະດັບສູງສຸດ, ດ້ວຍເລື່ອງສອງຝ່າຍເຫັນດີເປັນເອກະພາບເພີ່ມເຕີມເນື້ອໃນຈິດໃຈໃໝ່ “ຫຸ້ນສ່ວນຍຸດທະສາດ” ໃນການພົວພັນສອງຝ່າຍ ແລະໄດ້ຮັບການກຳນົດວ່າແມ່ນຄຳໝັ້ນສັນຍາດ້ານການເມືອງຍາວນານ, ຄວາມສະໜິດຕິດພັນແໜ້ນແຟ້ນດ້ານວິໄສທັດ, ຜົນປະໂຫຍດ ແລະການກະທຳ.
    |
 |
|
ບັນຍາກາດທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ, ການນຳສອງປະເທດ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຜັນຂະຫຍາຍໜ້າທີ່ຈຸດສຸມ, ສຸມໃສ່ຫັນເນື້ອໃນຈິດໃຈ “ຫຸ້ນສ່ວນຍຸດທະສາດ” ເປັນລະອຽດ, ພ້ອມທັງເຫັນດີຊີ້ນໍາບັນດາກະຊວງ, ຂະແໜງການສືບຕໍ່ແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງ, ຫັນບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງປະເທດເປັນລະອຽດ, ຊຸກຍູ້ການຜັນຂະຫຍາຍບາງໂຄງການຮ່ວມມືຍຸດທະສາດສຳຄັນໃໝ່ກ່ຽວກັບການເຊື່ອມຕໍ່ພະລັງງານ, ຄົມມະນາຄົມ, ແຮ່ທາດ, ການສຶກສາ, ບຳລຸງກໍ່ສ້າງຊັບພະຍາກອນມະນຸດ, ການຫັນເປັນດີຈີຕອນຢ່າງວ່ອງໄວ, ຜ່ານນັ້ນປະກອບສ່ວນເພີ່ມທະວີຄວາມສະໜິດຕິດພັນ, ມີເນື້ອແທ້ ແລະມີປະສິດທິຜົນ, ເຮັດໃຫ້ສາຍພົວພັນສາມັກຄີແບບພິເສດລະຫວ່າງສອງປະເທດເລິກເຊິ່ງກວ່າອີກ ໃນໄລຍະພັດທະນາໃໝ່.
ໂດຍ: ທູຈາງ