ຕາມທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ, ການຢ້ຽມຢາມທາງລັດຖະກິດ ສປປ ລາວ ໃນຄັ້ງນີ້ຂອງທ່ານ ເລຂາທິການໃຫຍ່  ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ແມ່ນການເຄື່ອນໄຫວການພົວພັນຕ່າງປະເທດທີ່ສຳຄັນເປັນພິເສດ ແລະເປັນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງການນຳຂັ້ນສູງຫວຽດນາມ ໃນປີ 2026.

ມັນຍິ່ງມີຄວາມໝາຍກວ່າ ເພາະວ່າ ລາວ ເປັນປະເທດທໍາອິດທີ່ທ່ານ ເລຂາທິການໃຫຍ່ ເລືອກໄປຢ້ຽມຢາມພາຍຫຼັງສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະທ່ານ ໂຕເລິມ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIV, ແລະຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ.

leftcenterrightdel
ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາຫວຽດນາມ. ພາບ: ສະຖານທູດລາວ ປະຈໍາ ຫວຽດນາມ.

ທ່ານນາງ ຄໍາເພົາ ເອີນທະວັນ ໃຫ້ຮູ້ວ່າ ເລື່ອງທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຢ້ຽມຢາມທາງລັດຖະກິດ ສປປ ລາວ ເຊິ່ງເປັນການເຄື່ອນໄຫວຢູ່ຕ່າງປະເທດທໍາອິດພາຍຫຼັງກອງປະຊຸມໃຫຍ່ XIV ແມ່ນສະແດງໃຫ້ເຫັນການຖືເປັນສໍາຄັນ, ໃຫ້ບຸລິມະສິດສູງສຸດຂອງພັກ ແລະລັດຫວຽດນາມ ທີ່ມີຕໍ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດ.

ການຢ້ຽມຢາມຍັງເປີດໂອກາດ ເພື່ອໃຫ້ການນໍາຂັ້ນສູງສອງປະເທດແລກປ່ຽນ, ເປັນເອກະພາບຕໍ່ທັດສະນະກ່ຽວກັບການກໍານົດທິດເພີ່ມທະວີການພົວພັນສອງຝ່າຍໃນສະພາບການໃໝ່ພາຍຫຼັງກອງປະຊຸມໃຫຍ່ຂອງພັກ ທີ່ຫາກໍ່ດໍາເນີນຢູ່ແຕ່ລະປະເທດ; ສ້າງແຮງຂັບເຄື່ອນໃໝ່ຕື່ມອີກໃຫ້ແກ່ການຮ່ວມມືສອງຝ່າຍໃນໄລຍະພັດທະນາໃໝ່.

ຄາດວ່າ ໃນຂອບເຂດການຢ້ຽມຢາມ, ທ່ານ ໂຕເລິມ ຈະມີການພົບປະສອງຝ່າຍກັບການນໍາຂັ້ນສູງຂອງພັກ, ລັດລາວ, ແລກປ່ຽນຮອບດ້ານກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ຕີລາຄາຜົນການຮ່ວມມືໃນໄລຍະຜ່ານມາ, ເຫັນດີເປັນເອກະພາບຕໍ່ການກໍານົດທິດໃຫຍ່ໃນການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະພັດທະນາໃໝ່. ນີ້ກໍແມ່ນໂອກາດເພື່ອໃຫ້ສອງຝ່າຍແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບທິດທາງຮ່ວມມືສອງຝ່າຍໃນຂົງເຂດການເມືອງ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທໍາ-ສັງຄົມ...

ນອກຈາກນີ້, ສອງຝ່າຍ ຈະປຶກສາຫາລືກ່ຽວກັບການຮ່ວມມືດ້ານເສດຖະກິດ, ສືບຕໍ່ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືດ້ານເສດຖະກິດ ຍຸດທະສາດລະຫວ່າງສອງປະເທດ, ລວມມີ: ໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງທີ່ສໍາຄັນ, ຄື: ທາງບົກ ແລະເຊື່ອມຕໍ່ການຄ້າຊາຍແດນ.

ພ້ອມກັນນັ້ນ, ຄາດວ່າ ສອງຝ່າຍຈະແລກປ່ຽນກ່ຽວກັບການເພີ່ມທະວີການຮ່ວມສຳພັນດ້ານການຄ້າ ແລະການລົງທຶນທີ່ສອດຄ່ອງກັບຍຸດທະສາດພັດທະນາແບບຍືນຍົງຂອງແຕ່ລະປະເທດ. ຄຽງຂ້າງນັ້ນ, ສອງຝ່າຍ ກໍຈະປຶກສາຫາລື ກ່ຽວກັບບັນຫາການຮ່ວມມືໃນພາກພື້ນ, ລວມມີການສົມທົບກັນໃນຂອບເຂດການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ ແລະກົນໄກຮ່ວມມື ຫຼາຍຝ່າຍ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ ເອກອັກຄະລັດຖະທູດ ລາວ ປະຈໍາຫວຽດນາມ ຢັ້ງຢືນວ່າ ການຢ້ຽມຢາມຄັ້ງນີ້ຂອງທ່ານ ເລຂາທິການໃຫຍ່ ມີຄວາມໝາຍຍຸດທະສາດທີ່ສໍາຄັນ, ໃນສະພາບການອາຊີຕາເວັນອອກສ່ຽງໃຕ້ ພວມປະເຊີນໜ້າກັບສິ່ງທ້າທາຍໃໝ່ດ້ານຄວາມໝັ້ນຄົງ, ການພັດທະນາ ແລະການຮ່ວມສຳພັນດ້ານເສດຖະກິດນັບມື້ນັບເລິກເຊິ່ງກວ້າງຂວາງ.

ນີ້ແມ່ນໂອກາດ ເພື່ອຢັ້ງຢືນຄໍາໝັ້ນສັນຍາຄືນໃໝ່ ໃນການສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດ ລາວ ນັບທັງສອງຝ່າຍ ແລະສາກົນ.

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ສອງຝ່າຍ ຈະສືບຕໍ່ຍູ້ແຮງການສ້າງ ຄວາມສະດວກໃຫ້ແກ່ການພັດທະນາດ້ານການຄ້າ ແລະການເຊື່ອມຕໍ່ຕ່ອງໂສ້ມູນຄ່າລະຫວ່າງສອງປະເທດ ແລະໃນພາກພື້ນ. ທີ່ກອງປະຊຸມຄັ້ງທີ 48 ຄະນະກໍາມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ ແລະລາວ, ສອງຝ່າຍໄດ້ເຫັນດີເປັນເອກະພາບສູ້ຊົນເພີ່ມວົງເງິນການຄ້າສອງຝ່າຍໃຫ້ໄດ້ 10-15% ໃນແຕ່ລະປີ, ພ້ອມທັງເປີດກວ້າງການຮ່ວມມືໃນຂົງເຂດເຊື່ອມຕໍ່ພື້ນຖານໂຄງລ່າງ, ພັດທະນາລະບົບຕ່ອງໂສ້ການສະໜອງ ແລະໜູນຊ່ວຍວິສາຫະກິດ.

ຕາມທ່ານນາງ ເອກອັກຄະລັດຖະທູດ ລາວ ປະຈໍາຫວຽດນາມ ແລ້ວ, ວົງເງິນການຄ້າສອງຝ່າຍ ປີ 2025 ບັນລຸ 2,6 ຕື້ໂດລາສະຫະລັດ, ເຊິ່ງ ສະແດງໃຫ້ເຫັນການເຕີບໂຕຢ່າງແຂງແຮງໃນຊຸມປີມໍ່ໆມານີ້. ຄຽງຂ້າງນັ້ນ, ສອງປະເທດ ກໍພວມພະຍາຍາມຍົກເປົ້າໝາຍວົງເງິນການຄ້າສອງຝ່າຍ ທັງໝົດຂຶ້ນປະມານ 5 ຕື້ໂດລາສະຫະລັດ ໃນອະນາຄົດອັນໃກ້ໆນີ້ ແລະມຸ່ງໄປເຖິງເປົ້າໝາຍໃນໄລຍະຍາວ ແມ່ນ 10 ຕື້ໂດລາສະຫະລັດ.

ທ່ານນາງ ຄໍາເພົາ ເອີນທະວັນ ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ການຢ້ຽມຢາມທາງລັດຖະກິດ ສປປ ລາວ ໃນຄັ້ງນີ້ຂອງທ່ານ  ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ, ຜ່ານນັ້ນເປີດໄລຍະພັດທະນາໃໝ່ໃນການພົວພັນ ຫວຽດນາມ-ລາວ, ປະກອບສ່ວນຊຸກຍູ້ການຮ່ວມມືທີ່ແທດຈິງ ແລະຍືນຍົງລະຫວ່າງສອງປະເທດ ໃນຫຼາຍຂົງເຂດຍຸດທະສາດ.

ໂດຍ: ໄຊຊະນະ