ກໍາປັ່ນ 17 ອອກຈາກຖານທັບເຮືອ Lumut, ສິ້ນສຸດການຢ້ຽມຢາມທະຫານເຮືອມາເລເຊຍ
ກປ.ອອນໄລ - ຕອນບ່າຍວັນທີ 5 ກຸມພາ, ກໍາປັ່ນ 17, ກອງພົນນ້ອຍ 171, ທະຫານເຮືອ ເຂດ 2 ພ້ອມດ້ວຍຄະນະປະຕິບັດງານຂອງທະຫານເຮືອປະຊາຊົນຫວຽດນາມ ນໍາໂດຍ ພັນເອກພິເສດ ເລດິ່ງງີ ຮອງຫົວໜ້າເສນາທິການທະຫານເຮືອ ເຂດ 2 ໄດ້ອອກຈາກຖານທັບເຮືອ Lumut, ສິ້ນສຸດການຢ້ຽມຢາມ, ພົບປະແລກປ່ຽນກັບທະຫານເຮືອມາເລເຊຍ.
    |
 |
|
ການນໍາກອງເຮືອຮົບ ພາກຕາເວັນຕົກ, ທະຫານເຮືອມາເລເຊຍ ອໍາລາຄະນະປະຕິບັດງານທະຫານເຮືອຫວຽດນາມ ແລະກໍາປັ່ນ 17. ພາບ: qdnd.vn |
ພິທີສົ່ງຄະນະ ໄດ້ຈັດຂຶ້ນຢ່າງສົມກຽດທີ່ຖານທັບເຮືອ Lumut. ທ່ານ ພັນເອກ Murthi Subromoniam ຫົວໜ້າຫ້ອງສູ້ຮົບ, ກອງເຮືອຮົບ ພາກຕາເວັນຕົກ, ທະຫານເຮືອມາເລເຊຍ ເປັນເຈົ້າພາບຈັດພິທີສົ່ງຄະນະ. ເຂົ້າຮ່ວມພິທີສົ່ງກໍາປັ່ນ ແລະຄະນະ ມີກັບຕັນ, ລູກເຮືອ ຂຶ້ນກັບຖານທັບເຮືອ Lumut.
ກ່ອນໜ້ານັ້ນ, ພະນັກງານ, ນັກຮົບກໍາປັ່ນ 17 ໄດ້ຈັດຕັ້ງການສ້ອມແປງ, ບໍາລຸງຮັກສາອຸປະກອນເຕັກນິກ; ເຕີມນໍ້າມັນ, ນໍ້າຈືດ ແລະປະຕິບັດວຽກງານກະກຽມຄວາມພ້ອມໃຫ້ແກ່ກໍາປັ່ນ ສືບຕໍ່ເດີນທະເລເປັນເວລາຫຼາຍມື້ໄດ້ເປັນຢ່າງດີ.
    |
 |
|
ຄະນະປະຕິບັດງານ ແລະກໍາປັ່ນ 17 ອອກຈາກທ່າກໍາປັ່ນ, ສິ້ນສຸດການ ຢ້ຽມຢາມ, ພົບປະແລກປ່ຽນກັບທະຫານເຮືອມາເລເຊຍ. ພາບ: qdnd.vn |
ສິ້ນສຸດການຢ້ຽມຢາມ, ພົບປະແລກປ່ຽນກັບທະຫານເຮືອມາເລເຊຍ, ກໍາປັ່ນ 17 ແລະຄະນະປະຕິບັດງານທະຫານເຮືອຫວຽດນາມ ສືບຕໍ່ເດີນທາງເຂົ້າຮ່ວມການຝຶກຊ້ອມ MILAN 2026 ທີ່ອິນເດຍ. ຄາດວ່າ, ວັນທີ 12 ກຸມພາ, ກໍາປັ່ນ 17 ແລະຄະນະ ຈະໄປຮອດນະຄອນ Visakhapatnam, ປະເທດ ອິນເດຍ ເຊິ່ງເປັນບ່ອນຈັດຕັ້ງການຝຶກຊ້ອມ MILAN 2026.
ໂດຍ: ໄຊຊະນະ