ຫວຽດນາມ ຈະນຳໜ້າການເຕີບໂຕໃນອາຊຽນ +3 ປີ 2026
ຫວຽດນາມ ໄດ້ຮັບການຄາດຄະເນຈະນຳໜ້າກ່ຽວກັບການເຕີບໂຕເສດຖະກິດໃນພາກພື້ນອາຊຽນ+3 ປີ 2026, ຕາມຂໍ້ສັງເກດຂອງຫ້ອງການຄົ້ນຄວ້າເສດຖະກິດມະຫາພາກ ອາຊຽນ+3 (AMRO).
AMRO ຄາດວ່າເສດຖະກິດພາກພື້ນອາຊຽນ+3 (ລວມມີ 10 ປະເທດອາຊີຕາເວັນອອກສ່ຽງໃຕ້ ພ້ອມກັບຈີນ, ຍີ່ປຸ່ນ ແລະສ.ເກົາຫຼີ) ຈະສືບຕໍ່ທ່າເຕີບໂຕຢ່າງຕັ້ງໜ້າດ້ວຍລະດັບ 4% ໃນປີ 2026, ສູງກວ່າການຄາດຄະເນກ່ອນນັ້ນ. ກຳລັງໜູນການເຕີບໂຕຫຼັກແມ່ນມາຈາກການຟື້ນຟູຢ່າງແຮງຂອງການສົ່ງອອກເຕັກໂນໂລຢີ, ຄວາມຕ້ອງການສູງສຳລັບເອເລັກໂຕນິກ, ຊິບເຄິ່ງຊັກນຳໄຟຟ້າ ແລະປັນຍາປະດິດ (AI), ພ້ອມກັບກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ຫຼັ່ງໄຫຼເຂົ້າມາອາຊຽນໄດ້, ຊ່ວຍໃຫ້ພາກພື້ນນີ້ຮັກສາບົດບາດໃຈກາງໃນລະບົບສະໜອງທົ່ວໂລກ.
ໃນສະພາບການນັ້ນ, AMRO ຄາດຄະເນວ່າ GDP ຂອງຫວຽດນາມ ຈະບັນລຸລະດັບ 7,6%, ນຳໜ້າການເຕີບໂຕໃນພາກພື້ນອາຊຽນ+ 3. ຂໍ້ສັງເກດນີ້ອີງຕາມພື້ນຖານການຕີລາຄາການເຕີບໂຕຢ່າງຕັ້ງໜ້າຂອງຫວຽດນາມ ໃນປີ 2025, ພ້ອມກັບບົດບາດທີ່ນັບມື້ນັບພົ້ນເດັ່ນຂຶ້ນຂອງພື້ນຖານເສດຖະກິດໃນລະບົບສະໜອງຂອງພາກພື້ນ ແລະຄວາມສາມາດດຶງດູດແຫຼ່ງເງິນລົງທຶນ FDI ຢ່າງມີປະສິດທິຜົນ.
ແຫຼ່ງຄັດຈາກ: vovworld.vn