ໃນຂອບເຂດຂອງງານວາງສະແດງການທ່ອງທ່ຽວສາກົນ FITUR 2026 ຈັດຂຶ້ນທີ່ Madrid, ແອັດສະປາຍ ແຕ່ວັນທີ 21-25 ມັງກອນ, ຮ້ານວາງສະແດງຂອງຫວຽດນາມ ໄດ້ກາຍເປັນຈຸດພົ້ນເດັ່ນຜ່ານກິດຈະກຳຕ່າງໆສົ່ງເສີມການຄ້າ, ໂຄສະນາວັດທະນະທຳ ແລະອາຫານການກິນ, ຜ່ານນັ້ນຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວສອງຝ່າຍກັບບັນດາຄູ່ຮ່ວມມືເອີຣົບ.

leftcenterrightdel
ຮ້ານຄ້າຂອງຫວຽດນາມ ດຶງດູດຄູ່ຮ່ວມມື ແລະແຂກຢ້ຽມຊົມເປັນຈໍານວນຫຼວງຫຼາຍ. ພາບ: ສໍານັກຂ່າວສານຫວຽດນາມ

ຮ້ານຄ້າຂອງຫວຽດນາມ ໂດຍສະມາຄົມວັດທະນະທຳ ແລະທ່ອງທ່ຽວຫວຽດນາມ ຢູ່ເອີຣົບ (VNCT) ສົມທົບກັບສູນວັດທະນະທຳຫວຽດນາມ ຢູ່ຝຣັ່ງ ຈັດຕັ້ງ, ດຶງດູດການເຂົ້າຮ່ວມຂອງວິສາຫະກິດທ່ອງທ່ຽວຫວຽດນາມ ຫຼາຍແຫ່ງເຂົ້າຮ່ວມ. ກິດຈະກຳນີ້ເພື່ອແນໃສ່ເພີ່ມທະວີການມີໜ້າຂອງທ່ອງທ່ຽວຫວຽດນາມ ຢູ່ຕະຫຼາດເອີຣົບ, ພ້ອມທັງເປີດກວ້າງການເຊື່ອມຕໍ່ກັບບັນດາຄູ່ຮ່ວມມືສາກົນໃນຂົງເຂດທ່ອງທ່ຽວ, ສົ່ງເສີມການທ່ອງທ່ຽວ ແລະສື່ມວນຊົນ.

ໃນມື້ເປີດງານ, ວັນທີ 21 ມັງກອນ, ເຫດການ "HOLA VIETNAM!" ພ້ອມກັບງານລ້ຽງ cocktail ທີ່ແນະນໍາອາຫານຫວຽດນາມ, ໄດ້ດຶງດູດແຂກ, ຄູ່ຮ່ວມທ່ອງທ່ຽວ ແລະອົງການສົ່ງເສີມການທ່ອງທ່ຽວສາກົນເປັນຈຳນວນຫຼວງຫຼາຍ. ຕາມທ່ານ ລືວວານຄາງ, ທີ່ປຶກສາດ້ານການຄ້າຂອງຫວຽດນາມ ປະຈຳ ແອັດສະປາຍ, FITUR 2026 ແມ່ນພື້ນຖານສຳຄັນເພື່ອໃຫ້ວິສາຫະກິດສອງຝ່າຍພົບປະໂດຍກົງ, ເຂົ້າໃຈຕະຫຼາດ ແລະເປີດກວ້າງການຮ່ວມມືຫຼັງງານວາງສະແດງ. ທ່ານ ລືວວານຄາງ ກໍ່ໃຫ້ຮູ້ວ່າ ປະຈຸບັນນັກທ່ອງທ່ຽວແອັດສະປາຍ ນັບມື້ນັບສົນໃຈເຖິງບັນດາຈຸດທີ່ມາປະຫວັດສາດ, ທໍາມະຊາດ ແລະອາຫານ, ສິ່ງທີ່ແມ່ນທ່າແຮງອັນພົ້ນເດັ່ນຂອງການທ່ອງທ່ຽວຫວຽດນາມ.

ໂດຍ: ໄຊນີດາ