ໃນສານອວຍພອນຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ມີຕອນຂຽນວ່າ: ພັກກອມມູນິດຫວຽດນາມ ແມ່ນຄັນທຸງນຳພາພາລະກິດປະຕິວັດອັນພິລະອາດຫານ ແລະມີຫົວຄິດປະດິດສ້າງ ຜ່ານການວາງອອກແນວທາງທີ່ຖືກຕ້ອງ, ສະຫຼາດສ່ອງໄສ, ປີຊາສາມາດ ແລະ ນຳພາປະຊາຊົນ ຫວຽດນາມ. ພັກປະຊາຊົນປະຕິວັດລາວ ແລະປະຊາຊົນລາວບັນດາເຜົ່າ ເຊື່ອໝັ້ນຢ່າງແນ່ວແນ່ວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ, ປີຊາສາມາດຂອງພັກກອມມູນິດຫວຽດນາມ ໂດຍທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ນຳໜ້າ, ທົ່ວພັກ, ທົ່ວປວງຊົນ ຫວຽດນາມ ຈະປະຕິບັດບັນດາເປົ້າໝາຍໂດຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກວາງອອກຢ່າງມີໄຊ, ກໍ່ສ້າງປະເທດສັງຄົມນິຍົມ ຫວຽດນາມ ແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ ແລະ ຜາສຸກ. ພັກ, ລັດ, ປະຊາຊົນລາວ ຈະສືບຕໍ່ພ້ອມກັບພັກ, ລັດ, ປະຊາຊົນຫວຽດນາມ ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັກສາ ແລະເສີມຂະຫຍາຍສາຍພົວພັນທີ່ຫາຍາກນີ້ ໃຫ້ນັບມື້ນັບຍືນຍົງແລະ ເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ໃນສານອວຍພອນ ຂອງຄະນະບໍລິຫານງານສູນກາງພັກປະຊາຊົນກຳປູເຈຍ, ພັກປະຊາຊົນກຳປູເຈຍ ໄດ້ຕີລາຄາສູງບັນດາຜົນສຳເລັດອັນໃຫຍ່ຫຼວງເຊິ່ງ ຫວຽດນາມ ບັນລຸໄດ້ໃນການຮັກສາສັນຕິພາບ ແລະ ພັດທະນາປະເທດໃນທຸກຂົງເຂດ, ພິ​ເສດ, ພື້ນຖານ​ເສດຖະກິດ​ຂອງ​ຫວຽດນາມ ​ແລະບົດບາດ​ຂອງ​ຫວຽດນາມ​ໃນ​ພາກ​ພື້ນ ​ແລະ​ໃນ​ເວທີ​ສາກົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ. ພັກ​ປະຊາຊົນ​ກຳປູ​ເຈຍ​ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະປະຊາຊົນ​ສອງ​ປະ​ເທດ ຕາມທິດນໍາ​ຖານບ້ານ​ໃກ້​ເຮືອນ​ຄຽງ​ອັນດີງາມ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ ແລະຍືນຍົງຍາວ​ນານ; ​ ​ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​ນຳພາ​ອັນ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ​ເລຂາທິການ​ໃຫຍ່ ໂຕເລິມ ນຳ​ໜ້າ, ພັກ​ກອມ​ມູນິດ​ຫວຽດນາມ ຈະ​ບັນລຸ​ໄດ້​ໄຊຊະນະ​ຫຼາຍ​ຢ່າງ​ໃນ​ການ​ປະຕິບັດ​ມະ ຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ.

ໂດຍ: ກວຽດເຕິມ