ການຜັນແປພາຍຫຼັງການເລືອກຕັ້ງຢູ່ມຽນມາ ຄາດວ່າຈະເປັນຈຸດສຸມຫຼັກຂອງກອງປະຊຸມລັດຖະມົນຕີຕ່າງປະເທດວົງແຄບ ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້-ອາຊຽນ (AMM Retreat) ທີ່ຈະຈັດຂຶ້ນໃນວັນທີ 28-29 ມັງກອນ ທີ່ Cebu, ຟີລິບປິນ.

leftcenterrightdel
ໃນວັນທີ 28 ຕຸລາ 2025, ໃນພິທີອັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ທີ່ກົວລາລຳເປີ, ທ່ານນາຍົກລັດຖະມົນຕີມາເລເຊຍ Anwar Ibrahim ໄດ້ມອບຄ້ອນຕີປະທານອາຊຽນ ໃຫ້ປະທານາທິບໍດີຟີລິບປິນ Ferdinand Marcos Jr. ພາບ: vov.vn

ກອງປະຊຸມ Cebu ແມ່ນເຫດການທີ່ສຳຄັນ ເຊິ່ງແມ່ນເຫດການເປີດສາກປີປະທານອາຊຽນ 2026 ພາຍໃຕ້ຫົວຂໍ້ “ຮ່ວມກັນກໍານົດທິດອະນາຄົດ” –“ Navigating Our Future, Together”.

ກອງປະຊຸມດັ່ງກ່າວຈະຈັດຂຶ້ນທັນທີຫຼັງຈາກມຽນມາ ຈັດການເລືອກຕັ້ງທົ່ວປະເທດໄລຍະທີສາມໃນມື້ນີ້ (ວັນທີ 25 ມັງກອນ).

ໃນກອງປະຊຸມ, ລັດຖະມົນຕີການຕ່າງປະເທດອາຊຽນ ຄາດວ່າ ຈະພິຈາລະນາແຕ່ງຕ້ັງທູດພິເສດກ່ຽວກັບມຽນມາ. ກົນໄກນີ້ໄດ້ຮັບຄວາມຫວັງວ່າຈະແມ່ນປັດໄຈແກ້ໄຂວິກິດການ, ແທນທີ່ຂຶ້ນກັບອາຍຸການປະທານໝູນວຽນແຕ່ລະປີ. ກອງປະຊຸມກໍ່ຈະຕີລາຄາຂັ້ນຕອນປະຕິບັດເຫັນດີເຫັນພ້ອມ 5 ຄະແນນ (5PC) ກ່ຽວກັບມຽນມາ.

ຄຽງຂ້າງກັນນັ້ນ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ກໍ່ຈະປຶກສາຫາລືກ່ຽວກັບຍຸດທະສາດສົມກັບກຸ່ມຕໍ່ສິ່ງທ້າທາຍພາກພື້ນ ແລະສາກົນຫຼາຍຢ່າງ, ພິເສດແມ່ນຜົນກະທົບຈາກບັນດາການດັດປັບນະໂຍບາຍຂອງອໍານາດການປົກຄອງອາເມລິກາ, ດ້ວຍເປົ້າໝາຍຮັກສາບົດບາດໃຈກາງຂອງອາຊຽນ.

ໂດຍ: ໄຊນີດາ