ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍດ້ານການເມືອງອັນເລິກເຊິ່ງສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ ແລະຂໍ່ານັບຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ.
ແຕ່ປີ 2026, ພິທີຍ້ອງຍໍຊົມເຊີຍເລຂາໜ່ວຍພັກດີເດັ່ນ ຈະໄດ້ຈັດຕັ້ງເປັນປະຈໍາປີ
ທີ່ພິທີ, ເລຂາໜ່ວຍພັກຈໍານວນ 96 ສະຫາຍ ໄດ້ຮັບການຍ້ອງຍໍຊົມເຊີຍຢ່າງສົມກຽດ. ນີ້ເປັນຄັ້ງທໍາອິດທີ່ພິທີຍ້ອງຍໍຊົມເຊີຍເລຂາໜ່ວຍພັກດີເດັ່ນໄດ້ຈັດຕັ້ງໃນຂອບເຂດທົ່ວປະເທດ, ມີຄວາມໝາຍດ້ານການເມືອງອັນສໍາຄັນ, ບໍ່ພຽງແຕ່ເປັນໂອກາດເພື່ອເຊີດຊູເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນການເອົາໃຈໃສ່ເປັນພິເສດຂອງພັກຕໍ່ກັບຮາກຖານ-ບ່ອນຈັດຕັ້ງປະຕິບັດ ແລະນໍາແຜນນະໂຍບາຍ, ມະຕິຂອງພັກ ເຂົ້າໃນການດໍາລົງຊີວິດໂດຍກົງ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn |
ກ່າວຄໍາເຫັນທີ່ພິທີ, ທ່ານ ໂຕເລິມ ເນັ້ນໜັກວ່າ ໃນຜົນງານທີ່ໜ້າພາກພູມໃຈຂອງອາຍຸການກອງປະຊຸມໃຫຍ່ ຄັ້ງທີ XIII ມີການປະກອບສ່ວນໂດຍກົງ, ທົນທານ ແລະສໍາຄັນຍິ່ງຂອງບັນດາອົງການຈັດຕັ້ງພັກຮາກຖານ, ຂອງແຕ່ລະໜ່ວຍພັກ, ແຕ່ລະສະມາຊິກພັກ ແລະພິເສດແມ່ນຖັນແຖວເລຂາໜ່ວຍພັກ - ຜູ້ຮັກສາບົດບາດແກນສານນໍາພາຢູ່ຮາກຖານ, ບ່ອນໃກ້ກັບປະຊາຊົນທີ່ສຸດ, ໃກ້ຊິດກັບພຶດຕິກໍາຕົວຈິງທີ່ສຸດ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ ເລມິງຮຶງ ມອບສັນຍາລັກການຍ້ອງຍໍຊົມເຊີຍເລຂາໜ່ວຍພັກດີເດັ່ນ. ພາບ: qdnd.vn |
ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ເລຂາໜ່ວຍພັກຈໍານວນ 96 ສະຫາຍ ທີ່ໄດ້ຮັບການຍ້ອງຍໍຊົມເຊີຍທີ່ພິທີໃນມື້ນີ້ ລ້ວນແຕ່ເປັນແບບຢ່າງທີ່ດີເດັ່ນກ່ຽວກັບຄຸນທາດການເມືອງ, ຄຸນສົມບັດສິນທໍາ, ວິຖີຊີວິດ, ມີວິທີນໍາພາວິທະຍາສາດ, ປະດິດສ້າງ; ຮູ້ຕິດພັນວຽກງານກໍ່ສ້າງພັກກັບໜ້າທີ່ການເມືອງ, ພັດທະນາເສດຖະກິດ-ສັງຄົມ, ການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດ; ສ້າງຄວາມສາມັກຄີເປັນເອກະພາບໃນໜ່ວຍພັກ ແລະຄວາມເຊື່ອໝັ້ນຂອງປະຊາຊົນ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ມອບລາງວັນປະເພດ A ໃຫ້ຜູ້ຂຽນ, ກຸ່ມຜູ້ຂຽນ ຍາດໄດ້ລາງວັນ. ພາບ: qdnd.vn |
ທ່ານ ໂຕເລິມ ຖືວ່າ ດ້ວຍໜ້າທີ່ກໍ່ສ້າງພັກ, ວຽກງານຖະແຫຼງຂ່າວສື່ສານມີບົດບາດສໍາຄັນພິເສດໃນການສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ, ເສີມຂະຫຍາຍຄຸນຄ່າວັດທະນະທໍາ, ກໍາລັງແຮງຂອງຄົນຫວຽດນາມຢ່າງແຂງແຮງ; ປຸກລຸກຄວາມຄາດຫວັງພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ, ສີວິໄລ, ຜາສຸກ; ເພີ່ມທະວີຄວາມເຊື່ອໝັ້ນຂອງພະນັກງານ, ສະມາຊິກພັກ ແລະປະຊາຊົນຕໍ່ການນໍາພາຂອງພັກ. ການມອບລາງວັນຄ້ອນຕີກ່ຽວຄໍາ ໄດ້ຈັດຕັ້ງຢ່າງຕໍ່ເນື່ອງໃນ 10 ປີຜ່ານມາ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນຢັ້ງຢືນທີ່ຕັ້ງ, ບົດບາດຂອງສື່ມວນຊົນໃນວຽກງານກໍ່ສ້າງພັກ ແລະລະບົບການເມືອງ, ແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງວິທີເຮັດທີ່ດີ, ປ່ຽນແປງໃໝ່ປະດິດສ້າງ, ບັນດາແບບຢ່າງດີເດັ່ນໃນການນໍາມະຕິຂອງພັກ ເຂົ້າໃນການດໍາລົງຊີວິດຢ່າງວ່ອງໄວ.
ສະແດງຄວາມຊົມເຊີຍມາຍັງເລຂາໜ່ວຍພັກດີເດັ່ນຈໍານວນ 96 ສະຫາຍ ທີ່ໄດ້ຮັບການຍ້ອງຍໍເຊີມເຊີຍ ແລະບັນດາຜູ້ຂຽນໄດ້ຮັບລາງວັນຄ້ອນຕີກ່ຽວຄໍາ ຄັ້ງທີ X, ພ້ອມກັບກົມກອງລວມໝູ່, ບຸກຄົນທີ່ມີການປະກອບສ່ວນ ໃຫ້ແກ່ຜົນສໍາເລັດຂອງລາງວັນສື່ມວນຊົນກ່ຽວກັບການກໍ່ສ້າງພັກ ໃນຄັ້ງນີ້, ທ່ານເລຂາທິການໃຫຍ່ ສະເໜີ ແຕ່ປີ 2026, ພິທີຍ້ອງຍໍຊົມເຊີຍ ເລຂາໜ່ວຍພັກດີເດັ່ນ ຈະໄດ້ຈັດຕັ້ງເປັນປະຈໍາປີ.
ບັນດາບົດຂຽນເຂົ້າຮ່ວມລາງວັນ ຄ້ອນຕີກ່ຽວຄໍາ ປີ 2025 ສ່ອງແສງໃຫ້ເຫັນບັນດາເຫດການ, ການດໍາເນີນຊີວິດການເມືອງຂອງພັກ ຢ່າງມີຊີວິດຊີວາ ແລະທັນການ
ຕາມການລາຍງານໝາກຜົນລາງວັນຄ້ອນຕີກ່ຽວຄໍາ ຄັ້ງທີ X ແລ້ວ, ໄລ່ມາຮອດເວລາສິ້ນສຸດການຮັບເອົາບົດຂຽນ, ອົງການປະຈໍາການມອບລາງວັນ (ວາລະສານກອມມູນິດ) ໄດ້ຮັບເອົາບົດຮຽນຈໍານວນທັງໝົດ 2.296 ບົດ. ບັນດາບົດຂຽນເຂົ້າຮ່ວມການມອບລາງວັນຄ້ອນຕີກ່ຽວຄໍາ ຄັ້ງທີ X ຢູ່ບັນດາອົງການສື່ມວນຊົນຂັ້ນສູງກາງ ແລະທ້ອງຖິ່ນມີຄວາມຫຼາກຫຼາຍກ່ຽວກັບຫົວຂໍ້, ປະເພດ ແລະມີໜ້າຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ.
    |
 |
|
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ແລະທ່ານ ເຈິ່ນເກິ້ມຕູ໊ ຜູ້ປະຈໍາການຄະນະເລຂາທິການ ມອບລາງວັນປະເພດ B ໃຫ້ຜູ້ຂຽນ, ກຸ່ມຜູ້ຂຽນ ຍາດໄດ້ລາງວັນ. ພາບ: qdnd.vn |
ທີ່ລາຍການ, ບັນດາສະຫາຍການນໍາພັກ, ລັດ ໄດ້ມອບລາງວັນໃຫ້ບັນດາຜູ້ຂຽນ, ກຸ່ມຜູ້ຂຽນທີ່ມີບົດຂຽນດີເດັ່ນລວມມີ: 6 ລາງວັນປະເພດ A, 13 ລາງວັນປະເພດ B, 18 ລາງວັນປະເພດ C, 10 ລາງວັນຫົວຂໍ້ສະເພາະ ແລະ 35 ລາງວັນຊົມເຊີຍ.
    |
 |
|
ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະຜູ້ຂຽນ ຍາດໄດ້ລາງວັນຂອງໜັງສືພິມກອງທັບປະຊາຊົນ ທີ່ພິທີ. ພາບ: qdnd.vn |
ກ່າວຄໍາເຫັນທີ່ພິທີ, ທ່ານ ເລມິງຮຶງ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຫົວໜ້າຄະນະຊີ້ນໍາການມອບລາງວັນສື່ມວນຊົນທົ່ວປະເທດກ່ຽວກັບການກໍ່ສ້າງພັກ ເນັ້ນໜັກວ່າ: ປີ 2026 ແມ່ນປີທໍາອິດທີ່ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ; ວຽກງານກໍ່ສ້າງ, ປັບປຸງພັກ ແລະລະບົບການເມືອງຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່, ສູງກວ່າ, ຮຽກຮ້ອງຕ້ອງປະຕິບັດບັນດາໜ້າທີ່, ມາດຕະການຈຸດສຸມໃນການກໍ່ສ້າງ, ປັບປຸງພັກ ແລະລະບົບການເມືອງເປັນຢ່າງດີ ເຊິ່ງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໄດ້ກໍານົດແມ່ນ: ເພີ່ມທະວີການກໍ່ສ້າງ, ປັບປຸງ, ປ່ຽນແປງໃໝ່ຕົນເອງ ເພື່ອໃຫ້ພັກກອມມູນິດຫວຽດນາມ ແມ່ນຄຸນສົດບັດສິນທໍາ, ແມ່ນສີວິໄລຢ່າງແທ້ຈິງ, ຍົກລະດັບ ແລະຍົກສູງປະສິດທິຜົນ, ປະສິດທິພາບການນໍາພາ, ກໍາອໍານາດ ແລະກໍາລັງແຮງສູ້ຮົບຂອງພັກ. ແລະແຕ່ປີ 2026, ການເຄື່ອນໄຫວຍ້ອງຍໍຊົມເຊີຍເລຂາໜ່ວຍພັກດີເດັ່ນໃນທົ່ວປະເທດຈະໄດ້ຈັດຕັ້ງປະຈໍາປີ, ຢັ້ງຢືນການເອົາໃຈໃສ່, ເຊື່ອໝັ້ນ ແລະຄວາມຄາດຫວັງຕໍ່ຖັນແຖວບັນດາສະຫາຍເລຂາໜ່ວຍພັກ - ບັນດາແກນສານຂອງອົງການຈັດຕັ້ງພັກຢູ່ຮາກຖານ, ພື້ນຖານກໍ່ສ້າງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງຈາກຮາກຖານ.
    |
 |
|
ທ່ານ ເລມິງຮຶງ ປຸກລະດົມລາງວັນຄ້ອນຕີກ່ຽວຄໍາ ຄັ້ງທີ XI. ພາບ: qdnd.vn |
ທ່ານ ເລມິງຮຶງ ຮຽກຮ້ອງໃຫ້ຄະນະພັກທຸກຂັ້ນ, ອົງການຈັດຕັ້ງພັກຮາກຖານ ຕ້ອງຈັດຕັ້ງການຄົ້ນຄວ້າ, ຮໍ່າຮຽນ, ຊາບຊຶມ, ໂຄສະນາ ແລະຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ດ້ວຍຈິດໃຈຮີບຮ້ອນ, ຂ້ຽວຂາດ, ຕາມການຊີ້ນໍາຂອງທ່ານ ໂຕເລິມ ເລຂາທິການໃຫຍ່ “ເຮັດວຽກດ້ວຍຈິດໃຈທີ່ເປັນແບບຢ່າງສູງສຸດ, ເວົ້າໄປຄຽງຄູ່ກັບການກະທໍາ, ເຮັດຈົນເຖິງສຸດ, ເຮັດວຽກເພື່ອປະຊາຊົນຕ້ອງເຮັດໄວ, ເຮັດຖືກ, ເຮັດດີ, ຕ້ອງດ້ວຍກໍາລັງຄວາມສາມາດນໍາພາ ແລະຈັດຕັ້ງປະຕິບັດ”. ແຕ່ລະອົງຄະນະພັກ, ໜ່ວຍພັກຢູ່ແຕ່ລະຂັ້ນມີໂຄງການກະທໍາຕິດພັນກັບພາລະໜ້າທີ່, ສອດຄ່ອງກັບຈຸດພິເສດຂອງສະພາບການ ແລະເງື່ອນໄຂຕົວຈິງຂອງທ້ອງຖິ່ນ, ອົງການ, ກົມກອງ, ສະແດງໃຫ້ເຫັນການຕັດສິນໃຈ, ປ່ຽນແປງໃໝ່ປະດິດສ້າງ, ຮັບປະກັນຄວາມເປັນໄປໄດ້, ແທດຈິງ, ມີປະສິດທິຜົນ. ນັກຂ່າວແຕ່ລະຄົນຕ້ອງປະຕິບັດຢ່າງມີປະສິດທິຜົນບົດບາດເປັນຂົວຕໍ່ລະຫວ່າງແນວຄິດຂອງພັກ ແລະຈິດໃຈຂອງປະຊາຊົນ ເພື່ອໃຫ້ແນວທາງ, ແຜນນະໂຍບາຍ, ມະຕິຂອງພັກ ກາຍເປັນສານທີ່ເຂົ້າເຖິງຢ່າງງາຍດ່າຍ, ກໍານົດທິດການກະທໍາຂອງປະຊາຊົນ, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ ແລະເສີມຂະຫຍາຍກໍາລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ.
ທີ່ພິທີ, ທ່ານ ເລມິງຮຶງ ໄດ້ປຸກລະດົມລາງວັນຄ້ອນຕີກ່ຽວຄໍາ ຄັ້ງທີ XI.
ໂດຍ: ໄຊຊະນະ