ໂດຍຢູ່ຫ່າງຈາກຊາຍແດນຫຼາຍພັນກິໂລແມັດ, ຢູ່ຫໍພັກນັກສຶກສາຂອງມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ, ໂຮງຮຽນທີ່ມີຊື່ສຽງໃນການບໍາລຸງສ້າງວິສະວະກອນເຕັກໂນໂລຢີແຖວໜ້າຫວຽດນາມ, ນາງ ຈັນນີ, ນັກສຶກສາກຳປູເຈຍ ຮຽນຢູ່ປີທີ 4 ຂະແໜງເຕັກນິກເອເລັກໂຕນິກ, ພວມເອົາໃຈໃສ່ຕໍ່ໂຄງການສຸດທ້າຍກ່ຽວກັບການນຳໃຊ້ AI ໃນຂົງເຂດກະສິກໍາສະຫຼາດ.

ດຳລົງຊີວິດຢູ່ຮ່າໂນ້ຍ ມາເປັນເວລາເກືອບ 4 ປີ, ນາງ ຈັນນີ ໄດ້ເຫັນການຫັນປ່ຽນຂອງຫວຽດນາມ ຈາກປະເທດພວມພັດທະນາກາຍເປັນໜຶ່ງໃນບັນດາສູນວິທະຍາສາດ-ເຕັກໂນໂລຢີທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຂອງພາກພື້ນ.

leftcenterrightdel
ນາງ ຈັນນີ, ນັກສຶກສາກຳປູເຈຍ ພວມຮຽນຢູ່ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ. ພາບ: ຜູ້ກ່ຽວສະໜອງ

ນາງ ຈັນນີ ໃຫ້ຮູ້ວ່າ: “ຂ້າພະເຈົ້າປະຫຼາດໃຈຕໍ່ການພັດທະນາຂອງຫວຽດນາມ, ຂ້າພະເຈົ້າໄດ້ຮຽນຮູ້ຫຼາຍຢ່າງກ່ຽວກັບ AI, ການຫັນເປັນດີຈີຕອນ, ຄວາມຮູ້ທີ່ກຳປູເຈຍ ກຳລັງມີຄວາມຕ້ອງການ ເພື່ອຫັນຂະແໜງກະສິກຳ ແລະເສດຖະກິດໃຫ້ທັນສະໄໝ. ຊາວຫວຽດນາມ ກໍ່ເປັນມິດ, ຄູອາຈານສຸດຈິດສຸດໃຈ, ໝູ່ເພື່ອນຊ່ວຍຂ້າພະເຈົ້າຄືກັນກັບຄົນໃນຄອບຄົວດຽວກັນ. ຂ້າພະເຈົ້າຮູ້ສຶກວ່ານີ້ແມ່ນເຮືອນຫຼັງທີສອງຂອງຂ້າພະເຈົ້າ”.

ສ່ວນອ້າຍ ພູມພິທັດ ອຸປະເສີດ, ຊາວລາວ ເຄີຍຮໍ່າຮຽນຢູ່ຫວຽດນາມ, ປະຈຸບັນພວມດຳລົງຊີວິດ ແລະເຮັດວຽກຢູ່ຫວຽດນາມ ຢ່າງຖາວອນ, ມີເມຍເປັນຊາວຫວຽດນາມ ແລະສ້າງຄອບຄົວວັດທະນະທຳລາວ-ຫວຽດນາມ. ເມື່ອໄດ້ເຫັນບັນຍາກາດປະດັບປະດາຕາມຖະໜົນຫົນທາງມີໄຟແສງສີ, ທຸງ ແລະດອກໄມເພື່ອຂໍ່ານັບຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ລາວ ຮູ້ສຶກມີຄວາມອົບອຸ່ນທີ່ສຸດ.

ຕາມອ້າຍແລ້ວ, ບັນຍາກາດນັ້ນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຈິດໃຈສາມັກຄີ, ຄວາມເຊື່ອໝັ້ນ ແລະການຕັ້ງຄວາມຫວັງຂອງປະຊາຊົນຫວຽດນາມ ໃນການພັດທະນາປະເທດໃນອະນາຄົດ. ບໍ່ພຽງແຕ່ແມ່ນຄວາມເອກອ້າງທະນົງໃຈຂອງຊາວຫວຽດນາມ ເທົ່ານັ້ນ, ມັນຍັງເປັນຄວາມພາກພູມໃຈລວມຂອງເພື່ອນມິດສາກົນທີ່ສະໜິດຕິດພັນກັບຫວຽດນາມ, ໃນນັ້ນມີ ປະຊາຊົນລາວທຸກຖ້ວນໜ້າ.

leftcenterrightdel
ອ້າຍ ພູມພິທັດ ອຸປະເສີດ ຮັບໃບປະກາສະນີຍະບັດຈົບມະຫາວິທະຍາໄລຢູ່ຫວຽດນາມ. ພາບ: ຜູ້ກ່ຽວສະໜອງ

ໃນຊຸມປີມໍ່ໆມານີ້, ຂ້າພະເຈົ້າມີຄວາມປະທັບໃຈຢ່າງແທ້ຈິງຕໍ່ຈິດໃຈບືນຕົວຂຶ້ນຢ່າງແຂງແຮງຂອງຫວຽດນາມ ໃນຫຼາຍຂົງເຂດ.  ເສດຖະກິດພັດທະນາຢ່າງໝັ້ນຄົງ, ພື້ນຖານໂຄງລ່າງນັບມື້ນັບທັນສະໄໝ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ທີ່ຕັ້ງສາກົນຂອງຫວຽດນາມ ໄດ້ຮັບການຢືນຢັນຢ່າງບໍ່ຢຸດຢັ້ງ.  ພິເສດ, ຫວຽດນາມ ຍາມໃດກໍ່ຮັກສາສະຖຽນລະພາບດ້ານການເມືອງ ແລະເອົາໃຈໃສ່ເປັນພິເສດເຖິງການພັດທະນາມະນຸດ. ບັນດາຜົນງານທີ່ບັນລຸໄດ້ນັ້ນເຮັດໃຫ້ຂ້າພະເຈົ້າມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກກອມມູນິດຫວຽດນາມ ນັບມື້ນັບເພີ່ມຂຶ້ນ.  ຄວາມເຊື່ອໝັ້ນນັ້ນໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມອຸ່ນອ່ຽນໃຈເມື່ອເລືອກດຳລົງຊີວິດ ແລະເຮັດວຽກຢູ່ຫວຽດນາມ ໃນໄລຍະຍາວ. ພ້ອມກັນນັ້ນ, ຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ພັດທະນາແບບຍືນຍົງໃນອະນາຄົດ.

ປະຊາຊົນລາວ ແລະກໍາປູເຈຍ ຄືອ້າຍ ພູມພິທັດ ອຸປະເສີດ ຫຼືນາງ ຈັນນີ ລ້ວນແຕ່ເຫັນໄດ້ຢ່າງຈະແຈ້ງຕໍ່ການພັດທະນາຢ່າງແຂງແຮງຂອງຫວຽດນາມ ບໍ່ພຽງແຕ່ນຳເອົາຜົນປະໂຫຍດແທດຈິງມາໃຫ້ຕົນເອງ ແລະຄອບຄົວເທົ່ານັ້ນ, ແຕ່ຍັງເປັນແຫຼ່ງບັນດານໃຈໃຫ້ແກ່ການພັດທະນາລວມຂອງພາກພື້ນອີກດ້ວຍ, ເຊິ່ງກໍ່ຄືຊາວຫວຽດນາມຫຼາຍຄົນ, ຍາມໃດເຂົາເຈົ້າກໍ່ຕັ້ງຄວາມຫວັງຕໍ່ການພັດທະນາຂອງຫວຽດນາມ ກໍ່ຄືການພົວພັນ ຫວຽດນາມ-ລາວ-ກໍາປູເຈຍ ໃນໄລຍະຈະມາເຖິງ:

“ຂ້າພະເຈົ້າຕັ້ງຄວາມຫວັງໄວ້ວ່າ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ຫວຽດນາມ ຈະສືບຕໍ່ວາງນະໂຍບາຍທີ່ຖືກຕ້ອງ, ເອົາໃຈໃສ່ເປັນພິເສດເຖິງການພັດທະນາເສດຖະກິດຕິດພັນກັບຄວາມຍຸຕິທຳໃນສັງຄົມ, ຍົກສູງຄຸນນະພາບການສຶກສາ ແລະບໍາລຸງສ້າງ, ວິທະຍາສາດ-ເຕັກໂນໂລຢີ, ພ້ອມທັງເພີ່ມທະວີການຮ່ວມມືສາກົນ ແລະຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ-ລາວ. ແລະຂ້າພະເຈົ້າກໍ່ພ້ອມແລ້ວທີ່ຈະກາຍເປັນສ່ວນນ້ອຍໆໜຶ່ງເພື່ອປະກອບສ່ວນເຂົ້າໃນການຫັນນະໂຍບາຍນັ້ນໃຫ້ປະກົດຜົນເປັນຈິງ”.

“ຂ້າພະເຈົ້າຫວັງວ່າພາຍຫຼັງກອງປະຊຸມໃຫຍ່, ຫວຽດນາມ ຈະສືບຕໍ່ໃຫ້ບຸລິມະສິດພັດທະນາວິທະຍາສາດ-ເຕັກໂນໂລຢີ, ການຫັນເປັນດີຈີຕອນ ແລະ AI, ເພື່ອນໍາພາພາກພື້ນ. ພິເສດ, ຂ້າພະເຈົ້າຫວັງວ່າຈະມີບັນດາໂຄງການໃຫ້ທຶນການສຶກສາ, ແລກປ່ຽນນັກຮຽນ, ບໍາລຸງສ້າງລວມລະຫວ່າງຫວຽດນາມ ແລະກໍາປູເຈຍ ໃນຂົງເຂດນີ້”.

ບັນດາການແບ່ງປັນທີ່ລຽບງ່າຍແຕ່ຈິງໃຈນີ້ໄດ້ສະແດງໃຫ້ເຫັນອາລົມຈິດຄວາມຮັກແພງ, ສະໜິດຕິດພັນ ແລະຄວາມເຊື່ອໝັ້ນຂອງປະຊາຊົນ ລາວ-ກໍາປູເຈຍ ໃນເສັ້ນທາງແຫ່ງການພັດທະນາທີ່ຫວຽດນາມ ກຳລັງເລືອກເຟັ້ນ.

ໂດຍ: ເຈິ່ນຮວ່ຽນ