ເປົ້າໝາຍການເຕີບໂຕລວມຍອດຜະລິດພາຍໃນປະເທດ (GDP) ສະເລ່ຍ 10%/ປີ ໄລຍະ 2026 - 2030 ໂດຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ກຳນົດແມ່ນພື້ນຖານເພື່ອນຳປະເທດຊາດ ກ້າວເຂົ້າສູ່ “ສັງກາດບຸກບືນຂອງຊາດ”. ປະຊາຄົມວິສາຫະກິດນະຄອນໂຮ່ຈີມິນ ມີຄວາມໝັ້ນໃຈ ຕໍ່ຄວາມສາມາດບັນລຸໄດ້ເປົ້າໝາຍນີ້.

leftcenterrightdel
ພາບປະກອບຈາກ vovworld.vn

ຕາມທ່ານ ຫງວຽນງອກຮວ່າ, ປະທານຊົ່ວຄາວສະຫະສະມາຄົມວິສາຫະກິດນະຄອນໂຮ່ຈີມິນ (HUBA), ເປົ້າໝາຍການເຕີບໂຕ GDP ຢູ່ໃນລະດັບ 10%ຂຶ້ນໄປ ໃນໄລຍະ 2026 – 2030 ເຊິ່ງບົດລາຍງານຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIII ທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແມ່ນສິ່ງທ້າທາຍອັນໃຫຍ່ຫຼວງ ແຕ່ກໍ່ມີພື້ນຖານປະຕິບັດໄດ້. ພື້ນຖານທຳອິດແມ່ນກຳລັງໜູນພັດທະນາໃໝ່ທີ່ມາຈາກລະບົບກົນໄກ, ນະໂຍບາຍ, ພິເສດແມ່ນບັນດາມະຕິຍຸດທະສາດ. ທ່ານ ຫງວຽນງອກຮ່ວາ ໃຫ້ຂໍ້ສັງເກດວ່າ ນີ້ແມ່ນບັນດາໄມ້ງັດສຳຄັນເພື່ອໃຫ້ນະໂຍບາຍມະຫາພາກໄດ້ໄປຕິດແທດກັບຕົວຈິງທີ່ສຸດ.

ໂດຍ: ກວຽດເຕິມ