ຫວຽດນາມ ຢຶດໝັ້ນເສັ້ນທາງປ່ຽນແປງໃໝ່, ຜ່ານຜ່າສິ່ງທ້າທາຍຢ່າງໝັ້ນຄົງ
ກປ.ອອນໄລ - ຫວຽດນາມ ສືບຕໍ່ຢຶດໝັ້ນແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນສາກົນເປັນຫຼາຍຝ່າຍ ແລະຫຼາຍຮູບຫຼາຍແບບ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ.
ໃນການໃຫ້ສຳພາດຕໍ່ສຳນັກຂ່າວສານຫວຽດນາມ ປະຈຳ Buenos Aires, ທ່ານ Marcelo Rodriguez, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດອາກຊັງຕິນ, ໄດ້ແບ່ງປັນການຕີລາຄາຢ່າງເລິກເຊິ່ງກ່ຽວກັບຜົນງານທີ່ໂດດເດັ່ນຂອງພັກກອມມູນິດຫວຽດນາມ ໃນອາຍຸການກອງປະຊຸມໃຫຍ່ ຄັ້ງທີ XIII, ກໍ່ຄືແນວທາງການຕ່າງປະເທດ ແລະວຽກງານຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງຂອງຫວຽດນາມ ໃນສະພາບການໂລກ ແລະພາກພື້ນທີ່ສັບສົນ ແລະຄາດເດົາໄດ້ຍາກ.
    |
 |
|
ທ່ານ Marcelo Rodriguez, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດອາກຊັງຕິນ ໃຫ້ສໍາພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ Buenos Aires. ພາບ: ສໍານັກຂ່າວສານຫວຽດນາມ |
ຕີລາຄາກ່ຽວກັບບັນດາໝາກຜົນທ່ີບັນລຸໄດ້ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ, ທ່ານ Marcelo Rodriguez ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນການນຳພາ, ຊີ້ນຳຢ່າງຮອບດ້ານໃນພາລະກິດປ່ຽນແປງໃໝ່ ແລະພັດທະນາປະເທດຊາດໃນຫຼາຍທົດສະວັດທີ່ຜ່ານມາ, ໂດຍສະເພາະ ໃນຂະນະທີ່ ຫວຽດນາມ ກຳລັງກະກຽມສະເຫຼີມສະຫຼອງການປະຕິບັດກິດຈະການປ່ຽນແປງໃໝ່ ຄົບຮອບ 40 ປີ (1986 – 2026).
ເມື່ອເຕື້ອງເຖິງແນວທາງການຕ່າງປະເທດຂອງຫວຽດນາມ, ທ່ານ Marcelo Rodriguez ຢືນຢັນວ່າ ຫວຽດນາມສືບຕໍ່ຢຶດໝັ້ນແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຝ່າຍ ແລະຫຼາຍຮູບຫຼາຍແບບ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະເລິກເຊິ່ງ.
ກ່ຽວກັບວຽກງານການຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ທ່ານ Marcelo Rodriguez ຖືວ່າ ໃນຂະບວນການພັດທະນາເສດຖະກິດ, ສັງຄົມ ແລະການເປີດປະຕູ ແລະເຊື່ອມໂຍງເຂົ້າກັບສາກົນ, ເລື່ອງເກີດຂຶ້ນປະກົດການຫຍໍ້ທໍ້ແມ່ນສິ່ງທ້າທາຍທີ່ຫຼີກລ້ຽງຍາກ.
ເຖິງຢ່າງໃດກໍ່ຕາມ, ເປັນໜ້າຮັບຮູ້ວ່າ ພັກກອມມູນິດຫວຽດນາມ ແລະລັດຫວຽດນາມ ໄດ້ສະແດງໃຫ້ເຫັນການຕັດສິນໃຈທາງດ້ານການເມືອງສູງ, ຜັນຂະຫຍາຍຢ່າງຄົບຊຸດມາດຕະການຕ້ານ ແລະສະກັດກັ້ນ, ພົບເຫັນ ແລະແກ້ໄຂຢ່າງເຄັ່ງຄັດບັນດາກໍາລະນີສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ດ້ວຍທິດນໍາເດັດດ່ຽວ, ພາກພຽນ, ບໍ່ມີເຂດຫ້າມ, ບໍ່ມີນອກຮີດ.
ໂດຍ: ໄຊນີດາ