leftcenterrightdel
ພິທີເຄົາລົບທຸງຊາດ ຂອງຄະນະຊາວໜຸ່ມ. ພາບ: ສໍານັກຂ່າວສານຫວຽດນາມ

ຕອນເຊົ້າວັນທີ 19 ມັງກອນ, ໃນທ່າມກາງບັນຍາກາດກ່ອນພິທີໄຂກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ຢູ່ສຳນັກງານສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຢູ່ນະຄອນຫຼວງຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມ ໄດ້ມີຄວາມເປັນກຽດຈັດຕັ້ງພິທີເຄົາລົບທຸງຊາດ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ.

ຈາກສູນກາງ, ໂດຍຕອບສະໜອງ ແລະປະຕິບັດຕາມການຊີ້ນຳຂອງສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ຄະນະຊາວໜຸ່ມທຸກຂັ້ນພາຍໃນປະເທດ, ບັນດາຕາແສງ, ເທດສະບານ, ເຂດພິເສດ ແລະບັນດາໂຮງຮຽນໄດ້ພ້ອມກັນຈັດພິທີເຄົາລົບທຸງຊາດ, ຜ່ານນັ້ນສະແດງໃຫ້ເຫັນນ້ຳໃຈ, ຄວາມເຊື່ອໝັ້ນ ແລະຄວາມຮັບຜິດຊອບຂອງໄວໜຸ່ມຕໍ່ພັກ, ຕໍ່ປະເທດຊາດ.

ການພ້ອມກັນຈັດຕັ້ງພິທີເຄົາລົບທຸງຊາດໃນທົ່ວລະບົບຊາວໜຸ່ມ ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມເຫັນດີເປັນເອະພາບໃນການກະທຳເທົ່ານັ້ນ ຫາກຍັງເປີດສາກໃຫ້ແກ່ບັ້ນດໍາເນີນຊີວິດການເມືອງທີ່ເລິກເຊິ່ງກວ້າງຂວາງຂອງໄວໜຸ່ມທົ່ວປະເທດ, ຜ່ານນັ້ນ ເສີມສ້າງອຸດົມການປະຕິວັດ, ຫຼໍ່ຫຼອມຈິດໃຈຄວາມຮັບຜິດຊອບ ແລະສະຕິພົນລະເມືອງຂອງໄວໜຸ່ມຕໍ່ໜ້າບັນດານະໂຍບາຍຊີ້ຂາດໃຫຍ່ຂອງພັກ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ