ສື່ມວນຊົນສາກົນ ເນັ້ນໜັກເຖິງນະໂຍບາຍປະຕິຮູບ ແລະການເຕີບໂຕຂອງຫວຽດນາມ ສະແດງໃຫ້ເຫັນທີ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ
ກປ.ອອນໄລ - ໜັງສືພິມ ແລະສື່ມວນຊົນສາກົນ ໄດ້ສົ່ງຂ່າວເປັນຈຳນວນຫຼາຍກ່ຽວກັບພິທີປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 23 ມັງກອນ, ຢູ່ຮ່າໂນ້ຍ.
ຫຼາຍສຳນັກຂ່າວສານພາກພື້ນ ແລະສາກົນ, ໃນນັ້ນມີສຳນັກຂ່າວສານຊິນຮວາ, Laotian Times ພ້ອມກັບບັນດາອົງການສື່ມວນຊົນຕາເວັນຕົກ, ຄື: Bloomberg ແລະ AFP ເນັ້ນໜັກວ່າ ເລື່ອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ໄດ້ເຫັນດີເປັນເອກະພາບຢ່າງເດັດຂາດເລືອກຕັ້ງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄໝທີ XIII, ສືບຕໍ່ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XIV, ຖືນີ້ແມ່ນປະກົດການທີ່ຈະແຈ້ງຂອງຄວາມເປັນເອກະພາບສູງພາຍໃນ ພັກກອມມູນິດຫວຽດນາມ, ປະກອບສ່ວນຮັບປະກັນລັກສະນະສະຖຽນລະພາບ ແລະສືບທອດໃນວຽກງານນຳພາປະເທດຊາດ.
    |
 |
|
ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ສະເໜີຕົວຕໍ່ກອງປະຊຸມໃຫຍ່. ພາບ: vov.vn |
ຫາງສຽງສາກົນກໍ່ມີຄວາມສົນໃຈເຖິງເລື່ອງກອງປະຊຸມໃຫຍ່ ຄັ້ງທີ XIV ໄດ້ບູລະນະກົມການເມືອງອາຍຸການໃໝ່ຢ່າງສົມບູນດ້ວຍໂຄງປະກອບໄດ້ຮັບການຕີລາຄາວ່າແມ່ນການສົມທົບຢ່າງກົມກຽວລະຫວ່າງລັກສະນະສືບທອດ ແລະປ່ຽນແປງໃໝ່, ຕອບສະໜອງຄວາມຮຽກຮ້ອງຕ້ອງການນຳພາໃນສະພາບການຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ມຸ່ງໄປເຖິງການຫັນປະເທດເປັນທັນສະໄໝ ແລະເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ.
ໂດຍ: ເຈິ່ນຮວ່ຽນ