ໃນປະຫວັດສາດອັນສະຫງ່າງາມຂອງພັກ, ບັນດາສະມາຊິກພັກກອມມູນິດຫວຽດນາມ ໄດ້ອຸທິສ່ວນອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນ ແລະກຳລັງກ້າວໜ້າໃນທົ່ວໂລກ. ນັ້ນແມ່ນຂໍ້ສັງເກດຂອງທ່ານ Dmitry Georgievich Novikov, ຮອງປະທານຜູ້ທີໜຶ່ງຂອງຄະນະບໍລິຫານງານສູນກາງພັກກອມມູນິດສະຫະພັນລັດເຊຍ (KPRF), ສະມາຊິກລັດຖະສະພາ ໃນວັນທີ 19 ມັງກອນ ເມື່ອຕອບສໍາພາດຂອງນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ສະຫະພັນລັດເຊຍ ກ່ຽວກັບກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ພວມດໍາເນີນທີ່ນະຄອນຫຼວງຮ່າໂນ້ຍ.

leftcenterrightdel
ທ່ານ Dmitry Georgievich Novikov ຮອງປະທານຜູ້ທີໜຶ່ງຂອງຄະນະບໍລິຫານງານສູນກາງພັກກອມມູນິດສະຫະພັນລັດເຊຍ (KPRF), ສະມາຊິກລັດຖະສະພາ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Dmitry Georgievich Novikov ຢືນຢັນວ່າ ໃນບັນດາໄລຍະພັດທະນາຂອງຫວຽດນາມ, ພັກກອມມູນິດຫວຽດນາມ ລ້ວນແຕ່ສະແດງໃຫ້ເຫັນຄວາມສາມາດ, ກໍາລັງແຮງ, ສະຕິປັນຍາ, ການຕັດສິນໃຈ ແລະເຈດຈໍານົງ ເພື່ອວາງອອກໜ້າທີ່ທີ່ຖືກຕ້ອງ, ລະອຽດສຸດ ແລະບັນລຸໄດ້ການເຕີບໂຕເສດຖະກິດທີ່ໜ້າເອກອ້າງທະນົງໃຈ. ທ່ານ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ຫວຽດນາມ ຈະສືບຕໍ່ຂຽນຕໍ່ອະນາຄົດທີ່ສົດໃສ ແລະກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ.

ໂດຍ: ໄຊນີດາ