ຫວຽດນາມ-ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະຢູ່ໃຈກາງບັນດາການຫັນປ່ຽນທົ່ວໂລກ
ກປ.ອອນໄລ - ເມື່ອແລກປ່ຽນກັບນັກຂ່າວຢູ່ປາຣີ ຫວ່າງມໍ່ໆມານີ້, ທ່ານ Serge Degallaix, ອະດີດເອກອັກຄະລັດຖະທູດ ຝລັ່ງ ປະຈຳ ຫວຽດນາມ ຖືວ່າ ນະໂຍບາຍຫັນເປັນທັນສະໄໝ, ເປີດປະຕູ ແລະປະຕິຮູບຂອງ ຫວຽດນາມ ໃນ 40 ປີຜ່ານມາ ໄດ້ ແລະພວມເສີມຂະຫຍາຍຢ່າງມີປະສິດທິຜົນ.
ສິ່ງນີ້ໄດ້ສະແດງໃຫ້ເຫັນຜ່ານລະດັບການເຕີບໂຕດ້ານເສດຖະກິດໃນປີ 2025 ລື່ນ 8% ແລະບັນດາແງ່ຫວັງທີ່ຕັ້ງໜ້າໃຫ້ແກ່ໄລຍະຕໍ່ໄປ.
ທ່ານ Serge Degallaix ເນັ້ນໜັກວ່າ ເລື່ອງອົງການສາກົນຄຸ້ມຄອງບັນດາດັດຊະນີຕົວເລກການເງິນ (FTSE Russell) ໄດ້ເພີ່ມລະດັບຂອງຫວຽດນາມ ຂຶ້ນເປັນກຸ່ມຕະຫຼາດ “ຫາກໍ່ພົ້ນເດັ່ນ”, ເຊິ່ງຈະມີຜົນສັກສິດນັບແຕ່ວັນທີ 1 ກັນຍາ 2026. ນີ້ແມ່ນການຮັບຮູ້ທີ່ໜ້າສົນໃຈຕໍ່ບັນດາບາດກ້າວຂອງຫວຽດນາມ, ສ້າງເງື່ອນໄຂທີ່ສະດວກໃຫ້ແກ່ການໜູນຊວ່ຍບັນດາບ້ວງເງິນລົງທຶນຜະລິດ ແລະນະວັດຕະກຳປະກອບສ່ວນຊຸກຍູ້ການເຕີບໂຕແບບຍືນຍົງຂອງພື້ນຖານເສດຖະກິດ.
    |
 |
|
ພາບປະກອບຈາກສໍານັກຂ່າວສານຫວຽດນາມ. |
ຕາມການຕີລາຄາຂອງທ່ານອະດີດເອກອັກຄະລັດຖະທູດຝລັ່ງ ແລ້ວ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແມ່ນໂອກາດສຳຄັນເພື່ອໃຫ້ ຫວຽດນາມ ຢືນຢັນຄືນໃໝ່ຄວາມຕັດສິນໃຈສືບຕໍ່ເລືອກເອົາເສັ້ນທາງພັດທະນາທີ່ໄດ້ຄັດເລືອກ, ເພື່ອແນໃສ່ຫັນບັນດາທ່າແຮງທີ່ມີຢູ່ແລ້ວໃຫ້ເປັນຫຼາຍສຸດ.
ໃນສະພາບການໃນໂລກທີ່ມີການຜັນແປຫຼາຍຢ່າງແຕ່ກໍ່ມີກາລະໂອກາດຫຼາຍຢ່າງ, ບັນດາການກໍານົດທິດທີ່ກອງປະຊຸມໃຫຍ່ວາງອອກຈະສືບຕໍ່ໍຊ່ວຍຫວຽດນາມ ກາຍເປັນຄູ່ຮ່ວມມືທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບ.
ໂດຍ: ຈາງຫງວຽນ