ຫວຽດນາມ ຮ່ວມມືພັດທະນາອຸດສາຫະກຳເຄິ່ງຊັກນຳໄຟຟ້າກັບກຸ່ມບໍລິສັດ ASML ຂອງ ໂຮນລັງ
ກປ.ອອນໄລ - ທ່ານ ຫງວຽນວັນທັງ, ລັດຖະມົນຕີກະຊວງການເງິນຫວຽດນາມ ຫາກໍ່ມີການເຮັດວຽກກັບທ່ານ Eduard Stiphout, ຮອງປະທານຂັ້ນສູງຮັບຜິດຊອບການສະໜອງຍຸດທະສາດ ແລະເກັບຊື້ ຂອງກຸ່ມບໍລິສັດ ASML (ໂຮນລັງ).
ທີ່ການເຮັດວຽກ, ທ່ານລັດຖະມົນຕີ ຫງວຽນວັນທັງ ໄດ້ສະເໜີໃຫ້ກຸ່ມບໍລິສັດ ASML ສົມທົບກັບສະຖານທູດໂຮນລັງ, ສູນນະວັດຕະກຳແຫ່ງຊາດ (NIC) ແລະບັນດາຄູ່ຮ່ວມມືສ້າງສູນບຳລຸງສ້າງ, ຄົ້ນຄວ້າ ແລະພັດທະນາກ່ຽວກັບເຄິ່ງຊັກນຳໄຟຟ້າຢູ່ NIC ຮາກຖານ ຮວ່າລາກ ໂດຍໄວ.
    |
 |
|
ທ່ານ ຫງວຽນວັນທັງ, ລັດຖະມົນຕີກະຊວງການເງິນ ຫວຽດນາມ ແລະຄະນະປະຕິບັດງານກຸ່ມບໍລິສັດ ASML. ພາບ: mof.gov.vn |
ພ້ອມກັນນັ້ນ, ໜູນຊ່ວຍວິສາຫະກິດຫວຽດນາມ ພັດທະນາພື້ນຖານໂຄງລ່າງການຜະລິດ, ຄົ້ນຄວ້າ, ທົດລອງ (Fablab) ແລະການບໍລິການເຕັກນິກເຄິ່ງຊັກນຳໄຟຟ້າ. ຜ່ານນັ້ນ, ໜູນຊ່ວຍການສ້າງ ແລະພັດທະນາໂຮງງານຜະລິດຊິບແຫ່ງທຳອິດຢູ່ຫວຽດນາມ. ພ້ອມທັງ, ຜັນຂະຫຍາຍການບໍາລຸງສ້າງ, ແລກປ່ຽນນັກຊ່ຽວຊານ, ຝຶກຫັດ ແລະໜູນຊ່ວຍທຶນການສຶກສາໃນຂົງເຂດເຄິ່ງຊັກນຳໄຟຟ້າ.
ສ່ວນທ່ານ Eduard Stiphout ໃຫ້ຮູ້ວ່າ ກຸ່ມບໍລິສັດ ASML ພວມເປີດກວ້າງລະບົບຕ່ອງໂສ້ການສະໜອງຢູ່ຫວຽດນາມ, ຮ່ວມມືກໍ່ສ້າງສູນບຳລຸງສ້າງ, ຄົ້ນຄວ້າ ແລະພັດທະນາ (R&D) ເຄິ່ງຊັກນຳໄຟຟ້າຢູ່ສູນນະວັດຕະກຳແຫ່ງຊາດ (NIC); ພ້ອມທັງ, ຕີລາຄາກ່ຽວກັບຄວາມສາມາດສະໜອງອຸປະກອນໃຫ້ແກ່ບັນດາລູກຄ້າທີ່ມີຄວາມສາມາດບົ່ມຊ້ອນຢູ່ຫວຽດນາມ.
ໂດຍ: ຈາງຫງວຽນ