ກ່າເມົາ ເປີດງານບຸນກະປູ ຄັ້ງທີ 2 ປີ 2025
ກປ.ອອນໄລ - ຕອນຄໍ່າວັນທີ 16 ພະຈິກ, ແຂວງກ່າເມົາ ໄດ້ຈັດຕັ້ງ “ງານບຸນກະປູກ່າເມົາ - ຄັ້ງທີ 2 ປີ 2025”, ພາຍໃຕ້ຫົວຂໍ້ “ກະປູກ່າເມົາ: ກິ່ນຫອມຂອງປ່າ - ລົດຊາດທະເລ”.
ນີ້ແມ່ນເຫດການວັດທະນະທຳ - ເສດຖະກິດ - ການທ່ອງທ່ຽວທີ່ເປັນເອກະລັກສະເພາະ, ມີຄວາມໝາຍຢ່າງເລິກເຊິ່ງໃນການເຊີດຊຸຄຸນຄ່າຂອງຜະລິດຕະພັນກະປູກ່າເມົາ - ຄວາມພາກພູມໃຈຂອງດິນແດນເຂດດິນໃຕ້ສຸດຂອງປະເທດຊາດ, ພ້ອມທັງເປັນໂອກາດທີ່ໂຄສະນາເຜີຍແຜ່ພາບພົດ, ປະຊາຊົນ, ຄວາມສາມາດບົ່ມຊ້ອນການພັດທະນາຂອງແຂວງກ່າເມົາ ໃຫ້ກັບເພື່ອນມິດພາຍໃນ ແລະຕ່າງປະເທດ.
    |
 |
|
ລາຍການສະແດງສິລະປະທີ່ພິທີເປີດ. ພາບ: qdnd.vn |
ຈຸດພົ້ນເດັ່ນລວມມີ: ພິທີເປີດທີ່ຕິດກັບລາຍການສະແດງສິລະປະຖ່າຍທອດສົດທາງໂທລະພາບ; ເຂດວາງສະແດງທີ່ມີຮ້ານສິນຄ້າ OCOP ຫຼາຍກວ່າ 270 ຮ້ານ, ສະຕາອັບ ແລະອາຫານການກິນທີ່ເປັນເອກະລັກສະເພາະ; ກອງປະຊຸມສໍາມະນາສາກົນກ່ຽວກັບນະວັດຕະກໍາໃນການພັດທະນາຂະແໜງກະປູທະເລ; ບັນດາການເຄື່ອນໄຫວວັດທະນະທໍາ - ກິລາ...
ກ່າວຄຳເຫັນທີ່ພິທີເປີດ, ທ່ານ ຟ້າມວັນທ່ຽວ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງກ່າເມົາ ໃຫ້ຮູ້ວ່າ ປະຈຸບັນ ກ່າເມົາ ເປັນໜຶ່ງໃນບັນດາສູນສິ້ນໃນນໍ້າທີ່ໃຫຍ່ທີ່ສຸດໃນທົ່ວປະເທດ, ມີຜົນຜະລິດກະປູຫຼາຍກວ່າ 36.000 ໂຕນ/ປີ. ຜະລິດຕະພັນກະປູທະເລ ກ່າເມົາ ໄດ້ຮັບການລ້ຽງຢູ່ໃນລະບົບນິເວດປ່າຊາຍເລນ ແລະໄດ້ກາຍເປັນເຄື່ອງໝາຍການຄ້າທີ່ມີອິດທິພົນຊື່ສຽງມາແຕ່ດົນນານແລ້ວ, ໄດ້ຮັບຄວາມນິຍົມຈາກຕະຫຼາດພາຍໃນ ແລະຕ່າງປະເທດ.
ໂດຍ: ຈາງຫງວຽນ