ໄຂສັບປະດາອຸດສາຫະກຳ ແລະເຕັກໂນໂລຊີຫວຽດນາມ 2025
ກປ.ອອນໄລ - ວັນທີ 12 ພະຈິກ, ທີ່ສູນວາງສະແດງສິນຄ້າແຫ່ງຊາດ (ດົງແອງ, ຮ່າໂນ້ຍ), ສັບປະດາອຸດສາຫະກຳ ແລະເຕັກໂນໂລຊີຫວຽດນາມ 2025 ໄດ້ໄຂຂຶ້ນຢ່າງເປັນທາງການ. ລາຍການ ດໍາເນີນແຕ່ວັນທີ 12-15 ພະຈິກ, ໂດຍ ສູນວາງສະແດງສິນຄ້າແຫ່ງຊາດ (VEC) ຈັດຕັ້ງ.
ດ້ວຍຫົວຂໍ້ "ອຸດສາຫະກໍາເຕົ້າໂຮມ- ເຕັກໂນໂລຊີເຊື່ອມຕໍ່ - ອະນາຄົດບືນຕົວຂຶ້ນ", ເຫດການດັ່ງກ່າວໄດ້ດຶງດູດຮ້ານວາງສະແດງເກືອບ 750 ຮ້ານ ທີ່ມາຈາກວິສາຫະກິດແຖວໜ້າຫຼາຍຮ້ອຍແຫ່ງຢູ່ຫວຽດນາມ ແລະບັນດາປະເທດ: ອາເມລິກາ, ເຢຍລະມັນ, ຍີ່ປຸ່ນ, ສ. ເກົາຫຼີ, ອັງກິດ, ຝຣັ່ງ, ສະວິດ, ຈີນ...
    |
 |
|
ບັນດາຜູ້ແທນຕັດແຖບຜ້າໄຂສັບປະດາອຸດສາຫະກຳ ແລະເຕັກໂນໂລຊີຫວຽດນາມ 2025. ພາບ: qdnd.vn |
ນີ້ກໍ່ເປັນຄັ້ງທຳອິດ, 5 ງານວາງສະແດງອຸດສາຫະກຳ-ເຕັກໂນໂລຊີທີ່ໃຫຍ່ທີ່ສຸດ ໄດ້ເຕົ້າໂຮມກັນ. ນັ້ນແມ່ນ: ງານວາງສະແດງກ່ຽວກັບຜະລິດຕະພັນຂະແໜງອຸດສາຫະກຳເຄື່ອງມື ແລະການຜະລິດສະຫຼາດ; ງານວາງສະແດງກ່ຽວກັບຂົງເຂດກົນຈັກ-ການຜະລິດ-ອຸດສາຫະກຳສໍາຮອງ; ງານວາງສະແດງສາກົນຂະແໜງການປະຕູ, ເຊິ່ງແມ່ນບ່ອນທີ່ເຕົ້າໂຮມວິສາຫະກິດແຖວໜ້າໃນຂະແໜງວັດສະດຸສຳເລັດຮູບ ແລະອຸປະກອນເສີມການກໍ່ສ້າງ; ງານວາງສະແດງກ່ຽວກັບການກໍ່ສ້າງ, ວັດສະດຸກໍ່ສ້າງ, ເຄື່ອງຈັກ, ອຸປະກອນອຸດສາຫະກຳ, ການຂົນສົ່ງ, ອຸປະກອນໄຟເຍືອງທາງ; ງານວາງສະແດງຂະແໜງການສະເພາະກາເຟ ດ້ວຍເຕັກໂນໂລຊີການປຸງແຕ່ງ, ການຫຸ້ມຫໍ່ ແລະອຸປະກອນປຸງແຕ່ງອັດຕະໂນມັດ. ນອກຈາກນັ້ນ, ຄະນະຈັດຕັ້ງ ຍັງໄດ້ສ້າງແຜນການໂອ້ລົມສົນທະນາ, ກອງປະຊຸມສໍາມະນາ...
ໂດຍ: ຈາງຫງວຽນ