ໄຂເວທີປາໄສການເຈລະຈາຂັ້ນສູງກ່ຽວກັບການພົວພັນເສດຖະກິດ ອາຊຽນ-ອີຕາລີ ຄັ້ງທີ 9
ກປ.ອອນໄລ - ວັນທີ 13 ພະຈິກ, ຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ເປັນປະທານໄຂເວທີປາໄສການເຈລະຈາຂັ້ນສູງກ່ຽວກັບການພົວພັນເສດຖະກິດ ອາຊຽນ-ອີຕາລີ ຄັ້ງທີ 9 ປີ 2025. ທ່ານ ເລຮວ່າຍຈູງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເຂົ້າຮ່ວມ ແລະກ່າວຄໍາເຫັນທາງອອນລາຍ.
ເຂົ້າຮ່ວມເວທີປາໄສ ມີທ່ານ ປອ Kao Kim Hourn, ເລຂາທິການໃຫຍ່ອາຊຽນ (ອອນລາຍ); ທ່ານ Marco Della Seta, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ອີຕາລີ ປະຈໍາ ຫວຽດນາມ; ການນຳບັນດາກະຊວງ, ຂະແໜງການ, ອົງການການທູດ ພ້ອມດ້ວຍຜູ້ຕາງໜ້າບັນດາວິສາຫະກິດ, ນັກລົງທຶນແຖວໜ້າທີ່ມາຈາກ ອີຕາລີ, ອາຊຽນ ແລະຫວຽດນາມ. ຝ່າຍນະຄອນໂຮ່ຈີມິນ, ມີທ່ານ ຫງວຽນວັນເດືອກ, ກໍາມະການສູນກາງພັກ, ຮອງເລຂາພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ.
    |
 |
|
ວາລະປຶກສາຫາລືທີ 1 ທີ່ເວທີປາໄສ. ພາບ: ເລືອງແອັງ |
ກ່າວຄຳເຫັນໄຂເວທີປາໄສ, ທ່ານ ຫງວຽນວັນເດືອກ ຢືນຢັນວ່າ ປະຈຸບັນ ອີຕາລີ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 3 ຂອງຫວຽດນາມ ຢູ່ເອີລົບ ດ້ວຍວົງເງິນການຄ້າສອງສົ້ນບັນລຸກວ່າ 4 ຕື້ໂດລາສະຫະລັດ ໃນ 6 ເດືອນຕົ້ນປີ 2025; ຢືນອັນດັບທີ 24/129 ປະເທດ ແລະເຂດແຄວ້ນລົງທຶນເຂົ້ານະຄອນໂຮ່ຈີມິນ ດ້ວຍຍອດຈໍານວນທຶນເກືອບ 135 ລ້ານໂດລາສະຫະລັດ. ນະຄອນໂຮ່ຈີມິນ ມີກໍາລັງແຮງບົ່ມຊ້ອນ ແລະເງື່ອນໄຂພຽງພໍເພື່ອກາຍເປັນຈຸດເຊື່ອມຕໍ່ຍຸດທະສາດໃນການຮ່ວມມືລະຫວ່າງ ອີຕາລີ ແລະອາຊຽນ; ພ້ອມແລ້ວທີ່ຈະສົມທົບກັບບັນດາອົງການ, ອົງການຈັດຕັ້ງ ແນໃສ່ເປີດກວ້າງການຮ່ວມມື, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ອີຕາລີ ເລິກເຊິ່ງຂຶ້ນຕື່ມ.
ເວທີປາໄສປີນີ້ສຸມໃສ່ປຶກສາຫາລືຫຼາຍຫົວຂໍ້, ຄື: ແງ່ຫວັງດ້ານເສດຖະກິດ ແລະພູມສາດການເມືອງອາຊຽນ ໃນສະພາບການຜັນແປຂອງທົ່ວໂລກ; ຍຸດທະສາດການຮ່ວມມື FDI ແລະຫຼຸດຜ່ອນຄວາມສ່ຽງ; ການຫັນເປັນສີຂຽວ ແລະມຸ່ງໄປເຖິງເປົ້າໝາຍ “Net Zero”; ການຜະລິດສະຫຼາດໃນສັງກາດອຸດສາຫະກໍາ 5.0; ການຮ່ວມມືເຊື່ອມຕໍ່ພື້ນຖານໂຄງລ່າງ ແລະຮັບປະກັນຄວາມໝັ້ນຄົງດ້ານການພັດທະນາ...
ໂດຍ: ເຈິ່ນຮວ່ຽນ