ນີ້ແມ່ນຂໍ້ສັງເກດ ໂດຍ ນັກຊ່ຽວຊານ ໄດ້ຍົກອອກມາໃນເວທີປາໄສສາກົນເສດຖະກິດລະດັບຕ່ຳ ຫວຽດນາມ ປີ 2025 ດ້ວຍຫົວຂໍ້ “ກຳນົດຈຸດຢືນອະນາຄົດໃຫ້ແກ່ພື້ນຖານເສດຖະກິດລະດັບຕ່ຳຢູ່ ຫວຽດນາມ ປີ 2025 ພາຍໃຕ້ຫົວຂໍ້ “ກຳນົດຈຸດຢືນໃນອະນາຄົດຂອງພື້ນຖານເສດຖະກິດລະດັບຕ່ຳຢູ່ ຫວຽດນາມ - ຈາກນະໂຍບາຍໄປສູ່ພຶດຕິກຳຕົວຈິງ”, ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 14 ພະຈິກ ຢູ່ຮ່າໂນ້ຍ.

leftcenterrightdel
ເວທີປາໄສສາກົນ ເສດຖະກິດລະດັບຕ່ຳ ຫວຽດນາມ ປີ 2025. ພາບ: vov.vn

ໃນເວທີປາໄສດັ່ງກ່າວ, ບັນດານັກຊ່ຽວຊານ ໄດ້ເຕື້ອງເຖິງບັນດາໂອກາດຂອງຫວຽດນາມ ໃນການໝູນໃຊ້ເຕັກໂນໂລຢີເຂົ້າໃນຂະແໜງການບິນ, ອາວະກາດ ແລະເຄື່ອງບິນບໍ່ມີຄົນຂັບ ແນໃສ່ພັດທະນາບັນດາຮູບແບບເສດຖະກິດລະດັບຕ່ຳ. ທ່ານ ເຈິ່ນແອັງຕວັນ, ຮອງປະທານເຄືອຂ່າຍການບິນ, ອາວະກາດ, ເຄື່ອງບິນບໍ່ມີຄົນຂັບ, ໃຫ້ຂໍ້ສັງເກດວ່າ:

“ຫວຽດນາມ ມີໂອກາດຢ່າງໃຫຍ່ຫຼວງໃນຂົງເຂດເສດຖະກິດລະດັບຕ່ຳ. ທີໜຶ່ງແມ່ນ, ຫວຽດນາມ ມີພູມສາດການເມືອງທີ່ດີ. ກ່ຽວກັບທີ່ຕັ້ງພູມີປະເທດ, ຫວຽດນາມ ຕັ້ງຢູ່ໃຈກາງຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້, ມີເຂດ logistic ທີ່ສະດວກ. ສຳລັບດ້ານການເມືອງ, ຫວຽດນາມ ເປັນເພື່ອນກັບທຸກປະເທດ, ສະພາບການເມືອງເປັນປົກກະຕິ ໄດ້ຊ່ວຍໃຫ້ບັນດາປະເທດມີຄວາມເຊື່ອໝັ້ນເຂົ້າມາດຳເນີນທຸລະກິດ, ພັດທະນາເຕັກໂນໂລຢີ UAV ຢູ່ ຫວຽດນາມ ຢ່າງສະດວກສະບາຍ. ທີສອງແມ່ນ, ກຳລັງຄວາມສາມາດໃນການຜະລິດຊີ້ນສ່ວນ ແລະ ລະບົບນິເວດຂອງຂະແໜງໜູນຊ່ວຍຂອງ ຫວຽດນາມ ກໍສົມບູນແບບແລ້ວ.”

ໂດຍ: ກວຽດເຕິມ