ນະຄອນໂຮ່ຈີມິນ ຍູ້ແຮງການຕ້ານການຂຸດຄົ້ນ IUU ແລະການພັດທະນາການປູກລ້ຽງສິນໃນນ້ຳທະເລເຕັກໂນໂລຢີສູງ
ກປ.ອອນໄລ - ສະມາຄົມໄດ້ກຳນົດໜ້າທີ່ຈຸດສຸມ 11 ກຸ່ມ, ໃນນັ້ນບຸລິມະສິດການພັດທະນາສະມາຊິກສະມາຄົມ, ທັງຈໍານວນ ແລະຄຸນນະພາບ.
ໃນອາຍຸການ 2025-2030, ສະມາຄົມໄດ້ກຳນົດໜ້າທີ່ຈຸດສຸມ 11 ກຸ່ມ. ໃນນັ້ນ, ບຸລິມະສິດພັດທະນາສະມາຊິກສະມາຄົມ, ທັງຈໍານວນ ແລະຄຸນນະພາບ, ເພື່ອແນໃສ່ກໍ່ສ້າງກໍາລັງສະມາຊິກສະມາຄົມກວ້າງຂວາງ ແລະເຊື່ອມຕໍ່ຢ່າງແໜ້ນແຟ້ນ. ສະມາຄົມຈະສຸມໃສ່ຜັນຂະຫຍາຍບັນດາລາຍການໜູນຊ່ວຍຢ່າງແທດຈິງຄືຍົກສູງຄວາມສາມາດການຜະລິດ, ເພີ່ມບໍລິໂພກພາຍໃນ, ຈໍາກັດຄວາມແກ່ງແຍ້ງບໍ່ປອດໃສ. ສະມາຄົມກໍ່ເນັ້ນໜັກບົດບາດປົກປັກຮັກສາຜົນປະໂຫຍດອັນຊອບທໍາຂອງຊາວປະມົງ ແລະວິສາຫະກິດ; ພ້ອມທັງລະດົມສະມາຊິກສະມາຄົມປະຕິບັດການຫຼຸດຜ່ອນການຂຸດຄົ້ນແຄມຝັ່ງ, ປ່ຽນອາຊີມຕາມທິດຍືນຍົງ.
    |
 |
|
ສະມາຄົມສິນໃນທະເລນະຄອນໂຮ່ຈີມິນ ສະເໜີຕົວຄະນະບໍລິຫານງານ ອາຍຸການ 2025-2030. ພາບ: nongnghiepmoitruong.vn |
ກ່ຽວກັບການພັດທະນາເສດຖະກິດທາງທະເລທີ່ກ່ຽວຂ້ອງກັບການປົກປັກຮັກສາອະທິປະໄຕ, ສະມາຄົມສົ່ງເສີມໃຫ້ສະມາຊິກເຂົ້າຮ່ວມໃນທີມຂຸດຄົ້ນ, ສະໜອງບໍລິການແນວຫຼັງອາຊີບບົນທະເລ, ທັງຍົກສູງການຫາປາທັງປະກອບສ່ວນປົກປັກຮັກສາເຂດທະເລຂອງປະເທດຊາດຢ່າງມີປະສິດທິຜົນ.
ສິ່ງທີ່ໜ້າໃສ່ໃຈແມ່ນສະມາຄົມສືບຕໍ່ຍູ້ແຮງການຕ້ານການຂຸດຄົ້ນ IUU, ປະສານສົມທົບກັບພະແນກສິນໃນທະເລ, ຄວບຄຸມການປະມົງ ແລະຫົວໜ່ວຍທີ່ກ່ຽວຂ້ອງເພື່ອໂຄສະນາ, ຕິດຕາມກວດກາ ແລະໜູນຊ່ວຍສະມາຊິກໃຫ້ປະຕິບັດຕາມລະບຽບການສາກົນ.
ສຳລັບຂົງເຂດປູກລ້ຽງ, ສະມາຄົມກໍານົດທິດຊຸກຍູ້ຮູບແບບປູກລ້ຽງທະເລເຕັກໂນໂລຢີສູງ, ໜູນໃຊ້ເຕັກໂນໂລຢີສູງ, ຄື: ກະຊັງທັນສະໄໝ, ລະບົບໝູນວຽນ RAS; ໜູນຊ່ວຍກໍ່ສ້າງເຂດລ້ຽງບັນລຸມາດຕະຖານ ASC, GlobalGAP, ViệtGAP, MSC...
ໂດຍ: ໄຊນີດາ