ສະຫຼຸບວາລະປະຊຸມຄັ້ງທີ 5 ຄະນະຊີ້ນຳຂອງລັດຖະບານກ່ຽວກັບການພັດທະນາວິສາຫະກິດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະແຜນຮ່າງເລກທີ 06 ໄດ້ດຳເນີນໃນຕອນເຊົ້າວັນທີ 15 ພະຈິກ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ລັດຖະບານຈະສະຫງວນເງິນເປັນຈຳນວນປະມານ 95 ພັນຕື້ດົງ (ປະມານ 3,7 ຕື້ USD) ຈາກງົບປະມານ ປີ 2026 ໃຫ້ແກ່ໜ້າທີ່ນີ້.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: VGP

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຄວາມຮຽກຮ້ອງໃນການພັດທະນາວິທະຍາສາດເຕັກໂນໂລຢີຕ້ອງໄວຢ່າງແຮງແຕ່ຕ້ອງຍືນຍົງ, ພັດທະນາຢ່າງເລິກເຊິ່ງກວ້າງຂວາງແຕ່ຕ້ອງຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ.  ໃນໄລຍະຜ່ານມາ, ການພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳຂອງ ຫວຽດນາມ ຕ້ອງມີການຫັນປ່ຽນທີ່ຕັ້ງໜ້າ. ຫວຽດນາມຮັກສາອັນດັບທີ 44/139 ປະເທດ ກ່ຽວກັບດັດຊະນີນະວັດຕະກຳ ທົ່ວໂລກໃນປີ 2025. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ:

ພິເສດແມ່ນສ້າງຖານຂໍ້ມູນບັນດາກະຊວງ, ຂະແໜງການ, ບັນດາທ້ອງຖິ່ນ. ຕ້ອງເປັນເຈົ້າການໃນການກໍ່ສ້າງ ແລະສ້າງສຳເລັດຖານຂໍ້ມູນຂອງຕົນ, ທົ່ວປະເທດຈຶ່ງມີຖານຂໍ້ມູນ, ມີພູມປັນຍາອັດສະລິຍະຂອງບັນດາກະຊວງ, ຂະແໜງການ, ບັນດາອົງການ, ຫົວໜ່ວຍ. ຕ້ອງຕັດສິນໃຈເຮັດ, ບໍ່ລໍຄອຍ, ລໍຖ້າຕື່ມອີກ.

ໂດຍ: ກວຽດເຕິມ