ງານວາງສະແດງການອະນຸຍາດລິຂະສິດ ແລະປະດິດສ້າງ ໄດ້ດໍາເນີນຢູ່ສູນວາງສະແດງສາກົນ WTC Expo (ຕາແສງ ບິ່ງເຢືອງ, ນະຄອນ ໂຮ່ຈິມິນ) ໄດ້ຮັບຄວາມຫວັງວ່າຈະເປັນຂົວຕໍ່ເພື່ອຊ່ວຍໃຫ້ວິສາຫະກິດພາຍໃນປະເທດເຊື່ອມຕໍ່, ຊຸກຍູ້ອຸດສາຫະກຳວັດທະນະທຳປະດິດສ້າງຢູ່ຫວຽດນາມ.

ງານວາງສະແດງດັ່ງກ່າວໄດ້ຈັດຂຶ້ນໃນມື້ດຽວກັນກັບງານບຸນຕົວລະຄອນທີ່ເປັນສັນຍະລັກ ແລະລິຂະສິດ ຫວຽດນາມ - ສ. ເກົາຫຼີ 2025 ໂດຍມີການເຂົ້າຮ່ວມຂອງຫຼາຍກວ່າ 100 ວິສາຫະກິດ, ນັກຜະລິດ, ຫົວໜ່ວຍປະດິດສ້າງ, ຜູ້ຂາຍຍ່ອຍ, ນັກລົງທຶນ... ພາຍໃນ ແລະຕ່າງປະເທດ.

leftcenterrightdel
ງານວາງສະແດງດັ່ງກ່າວໄດ້ຮັບຄວາມຫວັງວ່າຈະເປັນຂົວຕໍ່ເພື່ອຊ່ວຍໃຫ້ວິສາຫະກິດພາຍໃນປະເທດເຊື່ອມຕໍ່, ຊຸກຍູ້ອຸດສາຫະກຳວັດທະນະທຳປະດິດສ້າງຢູ່ຫວຽດນາມ. ພາບ: qdnd.vn

ລະບົບຕ່ອງໂສ້ເຫດການນີ້ໂດຍພະແນກວັດທະນະທຳ ແລະກິລານະຄອນໂຮ່ຈີມິນ ແລະອົງການເນື້ອໃນປະດິດສ້າງ ສ. ເກົາຫຼີ ຢູ່ຫວຽດນາມ ສົມທົບກັນຈັດຕັ້ງ, ດໍາເນີນໃນລະຫວ່າງວັນທີ 13-15 ພະຈິກ. ຕາມທ່ານ ເລວັນຖາຍ, ຮອງຫົວໜ້າພະແນກວັດທະນະທຳ ແລະກິລານະຄອນໂຮ່ຈີມິນ ແລ້ວ, ຫວຽດນາມ ເວົ້າລວມ ແລະນະຄອນ ໂຮ່ຈີມິນ ເວົ້າສະເພາະ ກຳລັງສຸມໃສ່ການສ້າງລະບົບນິເວດວັດທະນະທຳປະດິດສ້າງ, ສົ່ງເສີມການຂຸດຄົ້ນຊັບສິນທາງພູມປັນຍາ ແລະການຫັນຜະລິດຕະພັນເນື້ອໃນເປັນການຄ້າ. ຜ່ານບັນດາງານວາງສະແດງ, ງານບຸນຄັ້ງນີ້ຈະປະກອບສ່ວນສ້າງພື້ນຖານເພື່ອແຜ່ລະບາດຄຸນຄ່າວັດທະນະທຳ, ຊຸກຍູ້ການພັດທະນາຂອງອຸດສາຫະກຳວັດທະນະທຳ ແລະນຳເອົາຜະລິດຕະພັນປະດິດສ້າງຂອງຫວຽດນາມອອກສູ່ຕະຫຼາດສາກົນ.

ໂດຍ: ຈາງຫງວຽນ