ຖ້ຽວກໍາປັ່ນທະເລຫຼູຫຼາ Blue Dream Melody (ຈີນ) ທີ່ພານັກທ່ອງທ່ຽວກວ່າ 1.100 ຄົນ ມາຢ້ຽມຊົມແຂວງ ກວາງນິງ ໄດ້ເຂົ້າທຽບທ່າກໍາປັ່ນຜູ້ໂດຍສານສາກົນ ຮະລອງ (ເທດສະບານ ບ໊າຍໄຈ, ແຂວງ ກວາງນິງ) ໃນຕອນເຊົ້າວັນທີ 14 ພະຈິກ.
ນີ້ແມ່ນກໍາປັ່ນຖ້ຽວທຳອິດໃນລະດູທ່ອງທ່ຽວກໍາປັ່ນທະເລປີ 2025 ໃນເສັ້ນທາງທະເລສາກົນຈາກ ເປີຍຫາຍ (ຈີນ) ເຖິງ ຮະລອງ (ຫວຽດນາມ). ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວ໋າງນິງ ໄດ້ຈັດລາຍການຟ້ອນສິງໂຕ ແລະມອບດອກໄມ້ຕ້ອນຮັບຄະນະແຂກທ່ອງທ່ຽວທຳອິດທີ່ເດີນທາງມາຮອດທ່າກໍາປັ່ນ. ຕາມແຜນການແລ້ວ, ແຂກທ່ອງທ່ຽວໃນກໍາປັ່ນ Blue Dream Melody ເມື່ອເດີນທາງມາຮອດ ກວາງນິງ ຈະເຂົ້າຮ່ວມລາຍການຢ້ຽມຊົມຢູ່ອ່າວ ຮະລອງ ແລະ ອ້ອມຮອບຕົວເມືອງ ຮະລອງ - ບ໊າຍໄຈ… ຄາດວ່າ ໃນລະດູທ່ອງທ່ຽວກໍາປັ່ນທະເລປີ 2025 - 2026 (ແຕ່ເດືອນ ຕຸລາ 2025 – ເມສາ 2026) ຈະມີ 9 ຖ້ຽວທ່ອງທ່ຽວ ເປີຍຫາຍ - ຮະລອງ ພານັກທ່ອງທ່ຽວມາທ່ຽວແຂວງ ກວາງນິງ.
ແຫຼ່ງຄັດຈາກ vovworld.vn
Type the code from the image