ວັນທີ 16 ພະຈິກ, ຢູ່ນະຄອນຫຼວງ ປຣາຮາ (ສ.ເຊັກໂກ), ຫວຽດນາມ ພ້ອມກັບ 46 ປະເທດ ເຂົ້າຮ່ວມການແນະນຳອາຫານການກິນ ແລະບັນດາຜະລິດຕະພັນທີ່ເປັນມູນເຊື້ອຢູ່ງານຕະຫຼາດນັດເພື່ອການກຸສົນສາກົນ 2025 ເພື່ອສ້າງກອງທຶນໃຫ້ແກ່ບັນດາການເຄື່ອນໄຫວທຳການກຸສົນ ຢູ່ ສ.ເຊັກໂກ. ງານຕະຫຼາດນັດທຳການກຸສົນ ສາກົນແມ່ນການເຄື່ອນໄຫວປະຈຳປີໄດ້ຈັດຂຶ້ນພາຍໃຕ້ການອຸປະຖຳຂອງສະມາຄົມພັນລະຍາ, ສາມີການຕ່າງປະເທດບັນດາປະເທດປະຈຳ ສ.ເຊັກໂກ.
ນີ້ແມ່ນໂອກາດເພື່ອໃຫ້ແຂກເຂົ້າຊົມຮ່ວມແຮງຮ່ວມໃຈໜູນຊ່ວຍບັນດາອົງການທຳການກຸສົນຂອງ ສ.ເຊັກໂກ ດ້ວຍການຊື້ບັນດາເຍື່ອງອາຫານ, ຜະລິດຕະພັນຈາກບັນດາຮ້ານວາງສະແດງຂອງບັນດາອົງການທູຕານຸທູດ. ໄປຄຽງຄູ່ກັບການໂຄສະນາຜະລິດຕະພັນ, ເຂົ້າຮ່ວມເຫດການ ຫວຽດນາມ ຢາກສົ່ງສານກ່ຽວກັບຈິດໃຈສາມັກຄີ, ແບ່ງປັນ, ຮັກແພງເຊິ່ງກັນແລະກັນ ກັບບັນດາຜູ້ຄົນປະສົບກັບຄວາມຫຍຸ້ງຍາກ ບໍ່ພຽງແຕ່ຢູ່ເຊັກໂກ ເທົ່ານັ້ນ ຫາກຍັງຢູ່ບໍ່ວ່າບ່ອນໃດໃນໂລກ ອີກດ້ວຍ.
ແຫຼ່ງຄັດຈາກ vovworld.vn
Type the code from the image