ນີ້ບໍ່ພຽງແຕ່ເປັນງານບຸນຊື້ເຄື່ອງອອນໄລທີ່ໃຫຍ່ທີ່ສຸດໃນປີເທົ່ານັ້ນ, ຫາກຍັງເປັນໂອກາດທີ່ແຜ່ລະບາດສານກ່ຽວກັບການບໍລິໂພກທີ່ສະຫຼາດ, ມີຄວາມຮັບຜິດຊອບ ແລະຍືນຍົງ, ປະກອບສ່ວນເຂົ້າໃນການຊຸກຍູ້ການພັດທະນາຢ່າງແຮງຂອງພື້ນຖານເສດຖະກິດດີຈີຕອນຂອງຫວຽດນາມ ອີກດ້ວຍ.

leftcenterrightdel
ຜູ້ແທນທີ່ພິທີເປີດ “ວັນຊື້ເຄື່ອງອອນໄລຫວຽດນາມ - Online Friday 2025”. ພາບ: qdnd.vn

ສັບປະດາການຄ້າເອເລັກໂຕນິກແຫ່ງຊາດ ແລະວັນຊື້ເຄື່ອງອອນໄລຫວຽດນາມ - Online Friday 2025 ດ້ວຍຫົວຂໍ້ "ຄວາມປອດໄພ - ຄວາມສະຫງົບສຸກທາງຫົວໃຈ - ຄວາມຜາສຸກ" ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງກະຊວງອຸດສາຫະກຳ ແລະການຄ້າ ໃນການຮ່ວມເດີນທາງກັບພື້ນຖານດີຈີຕອນການຄ້າເອເລັກໂຕນິກ, ຜູ້ຂາຍ ແລະຜູ້ບໍລິໂພກເພື່ອສ້າງສະພາບແວດລ້ອມການຄ້າເອເລັກໂຕນິກທີ່ໂປ່ງໃສ ແລະຜ່ານພຶດຕິກຳຕົວຈິງຫຼາຍຢ່າງຕັ້ງໜ້າ.

Online Friday 2025 ສຸມໃສ່ການໂຄສະນາເຜີຍແຜ່, ການກຳນົດ ແລະການບໍລິໂພກຜະລິດຕະພັນທີ່ມີອິດທິພົນຊື່ສຽງ, ມີຄຸນນະພາບ ແລະແທ້ຈິງ; ເພີ່ມທະວີເຄື່ອງມືປົກປ້ອງຜູ້ບໍລິໂພກຈາກຄວາມສ່ຽງຂອງສິນຄ້າປອມແປງ ແລະການສໍ້ໂກງການຄ້າ.

Online Friday 2025 ເຕົ້າໂຮມວິສາຫະກິດ, ນັກຜະລິດ, ຫົວໜ່ວຍ logistics ແລະບັນດາອົງການທີ່ສະໜອງມາດຕະການພື້ນຖານໂຄງລ່າງດີຈີຕອນເປັນຈຳນວນຫຼວງຫຼາຍ, ສ້າງລະບົບນິເວດທີ່ມີຊີວິດຊີວາສຳລັບການເຄື່ອນໄຫວການຊື້ເຄື່ອງອອນໄລໃນທົ່ວປະເທດ.

ໂດຍ: ຈາງຫງວຽນ