leftcenterrightdel
ທ່ານນາງ ໂຮ່ທິກວຽນ ຮອງຫົວໜ້າສູນສົ່ງເສີມການຄ້າ ແລະການລົງທຶນ. ພາບ: vov.vn

ງານວາງສະແດງ Sial Interfood 2025 ໄຂຂຶ້ນໃນວັນທີ 12 ພະຈິກ, ຢູ່ຈາກາກຕາ, ປະເທດອິນໂດເນເຊຍ. ນີ້ແມ່ນໜຶ່ງໃນບັນດາເຫດການວາງສະແດງໃຫຍ່ທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ໃນຂົງເຂດອາຫານ, ເຄື່ອງດື່ມ, ວັດຖຸດິບ, ເຄື່ອງເສີມ ແລະເຄື່ອງອຸປະກອນປຸງແຕ່ງອາຫານ.

ປີນີ້, ມີກວ່າ 1.500 ຫົວໜ່ວຍທີ່ມາຈາກ 26 ປະເທດເຂົ້າຮ່ວມ, ໃນນັ້ນ ຫວຽດນາມ ມີ 23 ວິສາຫະກິດເຂົ້າຮ່ວມດ້ວຍບັນດາປະເພດສິນຄ້າ, ຄື: ເຄື່ອງດື່ມ, ທັນຍາຫານ, ສະບຽງອາຫານ, ເຂົ້າໜົມ, ຢຸກຢາ… ໂດຍນຳໜ້າຄະນະວິສາຫະກິດໂຮ່ຈີມິນ, ທ່ານນາງ ໂຮ່ທິກວຽນ, ຮອງຫົວໜ້າສູນສົ່ງເສີມການຄ້າ ແລະການລົງທຶນ, ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: “ສູນສົ່ງເສີມການຄ້າ ແລະການລົງທຶນ ນຳໜ້າຄະນະວິສາຫະກິດຫວຽດນາມ ເຂົ້າຮ່ວມງານວາງສະແດງ. ຂ້າພະເຈົ້າ ຫວັງວ່າ, ດ້ວຍການເຂົ້າຮ່ວມງານວາງສະແດງຄັ້ງນີ້, ພວກເຮົາຈະສາມາດໂຄສະນາຜະລິດຕະພັນຂອງຫວຽດນາມ, ພິເສດແມ່ນທ່າແຮງດ້ານຜະລິດຕະພັນກະເສດປຸງແຕ່ງຂອງຫວຽດນາມ ໄປເຖິງຕະຫຼາດອິນໂດເນເຊຍ ແລະຊ່ວຍໃຫ້ບັນດາວິສາຫະກິດຊອກຫາໂອກາດເປີດກວ້າງຕະຫຼາດ”.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ